ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງລາຍໄດ້ 1,1 ຕື້ກວ່າໂດລາສະຫະລັດ ຈາກການຈັດປີທ່ອງ ທ່ຽວລາວ 2024

Feb 5, 2025

ສ້າງລາຍໄດ້ 1,1 ຕື້ກວ່າໂດລາສະຫະລັດ ຈາກການຈັດປີທ່ອງ ທ່ຽວລາວ 2024
ໃນໂອກາດລາຍງານຕໍ່ກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດກິດ ຈະກຳປີທ່ອງທ່ຽວລາວ 2024 ຈັດຂຶ້ນໃນວັນທີ 5 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິ ບັດກິດຈະກຳປີທ່ອງ ທ່ຽວລາວ 2024 ສາມາດດຶງດູດນັກທ່ອງ ທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໄດ້ 7 ລ້ານກວ່າເທື່ອຄົນ (ເພີ່ມຂຶ້ນລື່ນຄາດໝາຍ ຖ້າທຽບໃສ່ ປີ 2023). ໃນນັ້ນ, ນັກທ່ອງທ່ຽວພາຍໃນ ມີຈໍານວນ 3.904.483 ເທື່ອຄົນ, ເພີ່ມຂຶ້ນເຖິງ 102% ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632 ລ້ານກວ່າໂດລາສະ ຫະລັດ; ນັກທ່ອງທ່ຽວສາກົນ 4.120.832 ເທື່ອຄົນ, ເພີ່ມຂຶ້ນ 21% ສາມາດກະຈາຍລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາ.
ການຈັດປີທ່ອງທ່ຽວລາວ 2024 ແມ່ນເປັນຄັ້ງທີ 4, ເຊິ່ງໄລຍະຜ່ານມາ ລັດຖະ ບານລາວເຄີຍຈັດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ແມ່ນປີ 1999-2000, ຄັ້ງທີ 2 ແມ່ນປີ 2012 ແລະ ຄັ້ງທີ 3 ແມ່ນ ປີ 2018.
ສໍາລັບທ່ອງທ່ຽວລາວ 2024 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ປະກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງ ອອກເປັນ 2 ລະດັບ ຄື: ກິດຈະກໍາລະດັບຊາດ 14 ກິດຈະກໍາ ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາສາມາດຈັດຕັ້ງປະຕິບັດໄດ້ 98.5%.