ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ້າງ​ສຳ​ເລັດຮູບ​ແກະ​ສະຫຼັກເພື່ອ​ລະ​ນຶກ​ງານ​ໂອ​ລິມ​ປິກ​ປາ​ຣີ​ຂະ​ໜາດ​ໃຫຍ່​ທີ່​ໃສ່ຫົວ​ຂໍ້ “ຮ່ວມ​ເຮືອ​ລຳ​ດຽວ​ກັນ”

Sep 9, 2024

ວັນ​ທີ 6 ກັນ​ຍາ​ນີ້, ພິ​ທີສ້າງ​ສຳ​ເລັດຮູບ​ແກະ​ສະຫຼັກເພື່ອ​ລະ​ນຶກ​ງານ​ໂອ​ລິມ​ປິກ​ປາ​ຣີ​ຂະ​ໜາດ​ໃຫຍ່​ທີ່ໃສ່ຫົວ​ຂໍ້ວ່າ “ຮ່ວມ​ເຮືອ​ລຳ​ດຽວ​ກັນ” ທີ່​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ບໍ​ລິ​ຈາກ​ໃຫ້​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ ແລະ ກິ​ລາ​ແຫ່ງ​ຊາດຝ​ຣັ່ງ ກໍ​ຄື​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ສັນ​ຕິ​ພາບ​ໂອ​ລິມ​ປິກ ໄດ້​ຈັດ​ຂຶ້ນ​ຢູ່ປາສາດກາ​ຕາ​ລາ​ນະ​ຄອນ​ມະ​ຫາ​ນອຍ​ຊີ​ເຂດ​ໃຫຍ່​ເກາະ​ຝ​ຣັ່ງເສດ (Ile-de-France).
ທ່ານ​ເຊິ້ນ​ໄຫ​ຊົງ ຜູ້​ອຳ​ນວຍ​ການ​ໃຫຍ່ CMG ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ພິ​ທີ​ດັ່ງ​ກ່າວ​ ໂດຍ​ກ່າວ​ວ່າ: ຂອງ​ຂວັນ​ມິດ​ຕະ​ພາບ​ທີ່​ລະ​ນຶກ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ຝ​ຣັ່ງ​ຄົບ​ຮອບ 45 ປີ ແລະ ອວ​ຍ​ພອນ​ງານ​ກິ​ລາ​ໂອ​ລິມ​ປິກ​ຝ​ຣັ່ງ ໄດ້​ສ້າງ​ສຳ​ເລັດ​ຢູ່​ຜາ ສາດ​ກາ​ຕາ​ລາ​ຢ່າງ​ຖາ​ວອນ ເຊເຊິ່ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ປະ​ຫວັດ​ສາດ​ການ​ຮ່ວມ​ເຮືອ​ລຳ​ດຽວ​ກັນ​ແລະ​ກ້າວ​ເດີນ​ໄປ​ໜ້າຮ່ວມກັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ແລະ​ຝ​ຣັ່ງ ພ້ອມ​ທັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທັດສະນະຄະຕິອັນ​ສູງ​ສົ່ງ​ແຫ່ງ “ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ຄວາມ​ກ້າວ​ໜ້າ” ຂອງ​ກິ​ລາ​ໂອ​ລິມ​ປິກ. ຫວັງ​ວ່າບຸກ​ຄົນໃນ​ວົງ​ການ​ຕ່າງ​ໆ​ຂອງ​ຈີນ ແລະ ຝ​ຣັ່ງຈະ​ສືບ​ຕໍ່​ຖືງານກິລາ​ໂອ​ລິມ​ປິກ​ເປັນ​ສາຍພານ, ຮ່ວມ​ກັນ​ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ສົນ​ທະ​ນາ​ລະ​ຫວ່າງ​ອະ​ລິ​ຍະ​ທຳທີ່​ຕ່າງ​ກັນ, ຊຸກ​ຍູ້​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ທຳ​ຄວາມ​ເຂົ້າ​ໃຈ​ກັນ ແລະ ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ກັນ​ຂຽນ​ປະ​ຫວັດ​ສາດ​ກິ​ລາ​ໂອ​ລິມ​ປິກ​ໜ້າ​ໃໝ່​ທີ່​ຮຸ່ງ​ເຮືອງກວ່າ​ເກົ່າ ແລະ ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າເພື່ອ​ການ​ສ້າງ​ປະ​ຊ​າ​ຄົມ​ຮ່ວມ​ຊ​າ​ຕາ​ກຳ​ຂອງມວນ​ມະ​ນຸດ.
ທີ່ມາ: CMG