ສໍານັກງານສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ) ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດສໍາມະນາປັດໄຈ ການຖືບັນຊີຈອງ ຈນກ ແລະ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຈນກ ແລະ ສະມາຄົມນັກບັນຊີອາຊີບສາກົນ ACCA ຂຶ້ນວັນທີ 12 ທັນວາ 2024 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວວ່າ: ການຫັນມາຖືທະບຽນວິສາຫະກິດຫັນມາຖືບັນຊີ ເພື່ອຫັນຈາກນອກລະບົບເຂົ້າສູ່ລະບົບ ເພື່ອສ້າງເງື່ອນໄຂໃຫ້ທຸລະກິດສາມາດເຂົ້າເຖິງແຫຼ່ງທຶນ ຂອງທະນາຄານທຸລະກິດໄດ້ງ່າຍຂຶ້ນ ພ້ອມນັ້ນເປັນການຫັນເອົາພາກທຸລະກິດທີ່ຢູ່ນອກລະບົບເຂົ້າມາສູ່ໃນລະບົບ.
ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າ ສຈນກ ກ່າວວ່າ: ກອງປະຊຸມນີ້ ຍົກໃຫ້ເຫັນຄວາມພະຍາຍາມຂອງ ສຈນກ ກະຊວງ ອຄ ໃນການຈັດຕັ້ງປະຈຕິບັດວຽກງານ ໃນການສົ່ງເສີມໃຫ້ ຈນກ ມາຖືບັນຊີ ສໍາຄັນແມ່ນເຮົາຈະກ້າວໄປສູ່ການຕົກລົງການຮ່ວມມືກັບ ACCA ເປັນອັນໜຶ່ງທີ່ສໍາຄັນທີ່ຈະເຮັດໃຫ້ເຮົາໄດ້ຮຽນຮູ້ ແລະ ໄດ້ປະສົບການ ສ້າງເງື່ອນໄຂໃຫ້ຜູ້ຊ່ຽວຊານຢູ່ພາຍໃນເຮົາ ແລະ ໃຫ້ ຈນກ ຫັນມາຖືບັນຊີໄດ້ຫຼາຍຂຶ້ນ
ທ່ານ ໂອ໋ ສາຍສະນິດ ຫົວໜ້າພະແນກກົມຄຸ້ມຄອງການບັນຊີກະຊວງການເງິນໄດ້ກ່າວວ່າ: ພາບລວມຂອງກົດໝາຍວ່າດ້ວຍການບັນຊີ ສະບັບປັບປຸງມີການປັບປຸງ 63 ມາດຕາ ສ້າງຂຶ້ນໃໝ່ 1 ມາດຕາ ໂດຍລວມແມ່ນໃຫ້ສອດຄ່ອງກັບສະພາບຈຸດພິເສດ ການຂະຫຍາຍໂຕຂອງເສດຖະກິດສັງຄົມ ຂອງລາວ ແລະ ສອດຄ່ອງກັບບົດຮຽນໃນພາກພື້ນ ແລະ ສາກົນ ເພື່ອເປັນບ່ອນອີງໃນການວາງແຜນການດໍາເນີນທຸລະກິດ ກໍຕ້ອງເບິ່ງຂໍ້ມູນປັດຈຸບັນ ການບັນຊີເປັນໃຈກາງຂອງການບໍລິຫານທຸລະກິດ.
ໃນວາລະກອງປະຊຸມຍັງໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຈນກ ແລະ ສະມາຄົມນັກບັນຊີອາຊີບສາກົນ ACCA ເພື່ອຮ່ວມມືກັນໃນຕໍ່ໜ້າ.





