ສໍານັກພິມດີບຸກ ຮ່ວມກັບ ມຊ ກຽມຈັດງານມະຫະກໍາໜັງສື ພາຍໃຕ້ຫົວຂໍ້ “ການອ່ານເພື່ອການພັດທະນາ”

ສໍານັກພິມດີບຸກ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈະຈັດງານມະ ຫະກໍາໜັງສືຄັ້ງ ປະຫວັດສາດ ເພື່ອສະເຫຼີມສະຫຼອງ 50 ປີ ສປປ ລາວ ພາຍໃຕ້ຫົວຂໍ້ ” ການອ່ານເພື່ອການພັດທະນາ ” ລະຫວ່າງວັນທີ 12-16 ມີນາ 2025 ທີ່ສະໂມສອນໃຫຍ່ ມຊ. ງານດັ່ງກ່າວຈະເປັນການສະແດງໃຫ້ເຫັນເຖິງການພັດທະນາດ້ານການສຶກສາ ແລະ ວັດທະນະທໍາການອ່ານຂອງ ສປປ ລາວ ຕະຫຼອດ 50 ປີທີ່ຜ່ານມາ.
ທ່ານ ສົມໄຫມ ພົມມະຈັນ, ຜູ້ອໍານວຍການສໍານັກພິມດີບຸກ ແລະ ປະທານຄະ ນະຈັດງານ ກ່າວວ່າ: “ງານມະຫະກໍໍາໜັງສືຄັ້ງນີ້ມີຄວາມພິເສດຫຼາຍ ເນື່ອງຈາກເປັນການສະເຫຼີມສະຫຼອງ 50 ປີ ສປປ ລາວ. ພວກເຮົາໄດ້ກະກຽມກິດຈະກໍາທີ່ຫຼາກຫຼາຍ ເພື່ອສະທ້ອນໃຫ້ເຫັນເຖິງການພັດທະນາຂອງປະເທດ ເຮົາຕະຫຼອດ 5 ທົດສະວັດທີ່ຜ່ານມາ.”
ງານຈະປະກອບດ້ວຍນິທັດສະການພິເສດ “50 ປີແຫ່ງການພັດທະນາ” ທີ່ຈະສະແດງໃຫ້ເຫັນ ເຖິງປະຫວັດສາດການພັດທະນາດ້ານການສຶກສາ, ການພິມ ແລະ ການເຜີຍແຜ່ວັດທະນະທໍາການອ່ານ ໃນ ສປປ ລາວ. ນອກຈາກນີ້, ຍັງມີການວາງສະແດງປຶ້ມປະຫວັດສາດທີ່ສໍາຄັນຂອງຊາດ, ການເສວະນາ ກ່ຽວກັບບົດບາດຂອງການອ່ານໃນການພັດທະນາປະເທດ ແລະ ການສະແດງສິລະປະວັດທະນະທໍາທີ່ສະ ທ້ອນໃຫ້ເຫັນມູນເຊື້ອອັນດີງາມຂອງຊາດລາວ. ນອກຈາກນີ້, ຍັງມີການຈັດວາງສະແດງປື້ມທີ່ໄດ້ຮັບ ລາງວັນ ແລະ ມີຄວາມສໍາຄັນໃນແຕ່ລະຊ່ວງເວລາຂອງການພັດທະນາປະເທດ.
ງານມະຫະກໍາໜັງສືຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງ 50 ປີ ສປປ ລາວ ເທົ່ານັ້ນ, ແຕ່ຍັງ ເປັນການສົ່ງເສີມວັດທະນະທໍາການອ່ານ ແລະ ການຮຽນຮູ້ຕະຫຼອດຊີວິດ. ເປົ້າໝາຍຂອງການຈັດງານ ແມ່ນເພື່ອສົ່ງເສີມໃຫ້ປະຊາຊົນລາວຫັນມາອ່ານຫຼາຍຂຶ້ນ, ສອດຄ່ອງກັບແຜນຍຸດທະສາດການ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຮອດປີ 2025.
ງານຈະເປີດໃຫ້ປະຊາຊົນທົ່ວໄປເຂົ້າຊົມຟຣີ ລະຫວ່າງວັນທີ 12-16 ມີນາ 2025, ເວລາ 9:00-17:00 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ. ຜູ້ສົນໃຈສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ ເພຈເຟສບຸກຂອງສໍານັກພິມດີບຸກ ຫຼື ໂທຕິດຕໍ່ສອບຖາມໄດ້ທີ່ເບີ 020 5802 9095.
ງານມະຫະກໍາໜັງສື ມຊ ຄັ້ງທີ V ຈະເປັນເວທີສໍາຄັນໃນການສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ຂອງ ສປປ ລາວ ໃນດ້ານການສຶກສາ ແລະ ວັດທະນະທໍາ ຕະ ຫຼອດ 50 ປີທີ່ຜ່ານມາ, ພ້ອມທັງເປັນການ ວາງເປົ້າໝາຍສໍາລັບການພັດທະນາໃນອະນາຄົດ. ເຊີນຊວນປະຊາຊົນທຸກທ່ານມາຮ່ວມເປັນສ່ວນໜຶ່ງ ຂອງການສະເຫຼີມສະຫຼອງປະຫວັດສາດຄັ້ງສໍາຄັນນີ້.






