ໃນໂອກາດເຂົ້າຮ່ວມຝຶກອົບຮົມວຽກງານການນໍາພາ-ຄຸ້ມຄອງສື່ມວນຊົນຢູ່ ຫວຽດນາມ ລະຫວ່າງວັນທີ 15 ຕຸລາ-6 ທັນວາ 2025, ສໍາມະນາກອນຈາກຄະນະໂຄສະນາອົບຮົມສູນກາງພັກ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ, ພ້ອມດ້ວຍສື່ມວນຊົນລາວ ໄດ້ເຄື່ອນໄຫວຢ້ຽມຢາມສໍານັກພິມທິດສະດີ-ການເມືອງ ຫວຽດນາມ ໃນວັນທີ 30 ຕຸລາ 2025 ເພື່ອແລກປ່ຽນບົດຮຽນການຄຸ້ມຄອງຄຸນນະພາບສີ່ງພິມ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ປອ ຫງວຽນ ມູ່ ຕ໋ວນ ຜູ້ອຳນວຍການ ຫົວໜ້າບັນນາທິການໃຫ່ຍ ສໍານັກພິມທິດສະດີ-ການເມືອງ ພ້ອມດ້ວຍຄະນະ ມີ ຮສຈ ປອ ຫຼິວວັນ ກວາງ ຮອງຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ປອ ຫງວຽນ ມູ່ ຕ໋ວນ ກ່າວວ່າ: ສໍານັກພິມຈໍາໜ່າຍທິດສະດີ-ການເມືອງ ຂື້ນກັບສະຖາບັນການເມືອງແຫ່ງຊາດໂຮ່ຈິມິ່ງ ມີພາລະບົດບາດພິມຈໍາໜ່າຍຕໍາລາສອນ, ເອກະສານຮັບໃຊ້ວຽກງານບໍາລຸງສ້າງ, ການຝຶກອົບຮົມຂອງລະບົບສະຖາບັນການເມືອງແຫ່ງຊາດໂຮ່ຈິມິ່ງ ແລະ ບັນດາໂຮງຮຽນການເມືອງຂັ້ນແຂວງ. ໃນນີ້, ມີຈໍາໜ່າຍສີ່ງພິມກ່ຽວກັບທິດສະດີການເມືອງຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງ, ສື່ສີ່ງພິມທີ່ຮັບໃຊ້ວຽການໂຄສະນາເຜີຍແຜ່ລັດທິມາກ-ເລນິນ, ແນວຄິດໂຮ່ຈິມິ່ງ, ແນວທາງນະໂຍບາຍຂອງພັກກອມມູນິດຫວຽດນາມ, ສື່ສີ່ງພິມກ່ຽວກັບທິດສະດີການເມືອງຮັບໃຊ້ວຽກງານຄົ້ນຄ້ວາວິທະຍາສາດ, ສະຫຼຸບພຶດຕິກຳຕົວຈິງ ເພື່ອເປັນເສນາທິການໃຫ້ພັກກອມມູນິດຫວຽດນາມ, ແຜນນະໂຍບາຍແຫ່ງຊາດຫວຽດນາມ. ໃນປີ 2025, ສໍານັກພິມຈໍາໜ່າຍທິດສະດີ-ການເມືອງ ຍັງໄດ້ພິມຕໍາລາສອນໃຫ້ນັກຝຶກອົບຮົມຂອງລາວ ຊື່ງພວມກວດແກ້ ແລະ ຮຽບຮຽງດ້ານເນື້ອໃນຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບການພັດທະນາ ແລະ ລະບົບການຮຽນໃນປັດຈຸບັນ.

ການຢ້ຽມຢາມຄັ້ງນີ້, ສໍາມະນາກອນລາວ ໄດ້ແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງຄຸນນະພາບສີ່ງພິມ, ການຄຸ້ມຄອງເນື້ອໃນດ້ານທິດສະດີ-ການເມືອງ, ຂັ້ນຕອນການຜະລິດ, ສະພາບການຫັນເປັນດິຈິຕອນໃນຂົງເຂດການພິມຈໍາໜ່າຍຂອງສໍານັກພິມ, ສີ່ງທ້າທາຍທີ່ຕ້ອງສຸມໃສ່ປັບປຸງແກ້ໄຂ ໂດຍສະເພາະບັນຫາພື້ນຖານໂຄງລ່າງດ້ານເຕັກໂນໂລຊີ, ບຸກຄະລາກອນມີຈໍາກັດ ແລະ ດ້ານອື່ນໆ ຊື່ງເປັນອົງການນໍາໜ້າທີ່ພວມຫັນເປັນດິຈິຕອນຢ່າງແຂງແຮງຂອງຫວຽດນາມໃນປັດຈຸບັນ. ນອກຈາກນີ້, ສໍາມະນາກອນລາວ ຍັງໄດ້ເຄື່ອນໄຫວຢ້ຽມຢາມສໍານັກພິມຈໍາໜ່າຍຮ່າໂນ້ຍ ຕື່ມອີກ.


