ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ ແລະ ສື່ມວນຊົນລາວ ໄດ້ເຄື່ອນໄຫວຢ້ຽມຢາມໜັງສືພິມປະຊາຊົນຫວຽດນາມ

Oct 23, 2025

ປັດຈຸບັນໜັງສືພິມປະຊາຊົນຫວຽດນາມ ພວມນໍາໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການເຮັດຂ່າວ ແລະ ນໍາສະເໜີຂໍ້ມູນຂ່າວສານຜ່ານສື່ອອນລາຍຫຼາຍຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງໄວໜຸ່ມໃນຍຸກດິຈິຕອນ. ນອກນີ້ ຍັງໄດ້ສ້າງໂປຣແກຣມສະເພາະ ເພື່ອອອກຂ່າວໃຫ້ວ່ອງໄວ, ທັນເຫດການ ຫຼຸດຜ່ອນຂັ້ນຕອນການລົງຂ່າວໃຫ້ສັ້ນລົງ.
ໃນໄລຍະຝຶກອົບຮົມກ່ຽວກັບວຽກງານນໍາພາ-ຄຸ້ມຄອງສື່ມວນຊົນ ຢູ່ຫວຽດນາມ ສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ ແລະ ສື່ມວນຊົນລາວ ໄດ້ເຄື່ອນໄຫວຢ້ຽມຢາມໜັງສືພິມປະຊາຊົນຫວຽດນາມ ໃນວັນທີ 22 ຕຸລາ 2025. ສຳລັບໜັງສືພິມປະຊາຊົນຫວຽດນາມ ເປັນກະບອກສຽງທີ່ສໍາຄັນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ສ້າງຕັ້ງຂຶ້ນໃນວັນທີ 21 ມິຖຸນາ 1925 ໂດຍໄດ້ຮ່ວມມືກັບໜັງສືພິມບັນດາປະເທດຢູ່ໃນໂລກ ລວມທັງໜັງສືພິມປະຊາຊົນຂອງລາວ ຊື່ງໄດ້ແລກປ່ຽນ ຢ້ຽມຢາມຊື່ງກັນ ແລະກັນ ລະຫວ່າງການນໍາຂອງໜັງສືພິມສອງປະເທດຢ່າງເປັນປົກກະຕິ, ຈັດຊຸດອົບຮົມດ້ານສື່ມວນຊົນໃຫ້ໜັງສືພິມປະຊາຊົນ ແລະອື່ນໆ.
May be an image of one or more people, lighting, newsroom and text May be an image of speaker, television, newsroom and text
ໜັງສືພິມປະຊາຊົນຫວຽດນາມ ປະກອບມີໜັງສືພິມລາຍວັນ ຈໍາໜ່າຍ 200.000 ສະບັບຕໍ່ວັນ, ລາຍອາທິດ 10.000 ສະບັບ, ລາຍເດືອນ 130.000 ສະບັບ, ສໍາລັບໜັງສືພິມເອເລັກໂຕຣນິກ ມີທັງພາສາຫວຽດນາມ, ອັງກິດ, ຈີນ, ຝລັ່ງ, ຣັດເຊຍ ແລະ ພາສາແອັດສປາຍ ຄາດວ່າໃນເດືອນພະຈິກ 2025 ຈະເປີດນໍາໃຊ້ພາສາ ສ ເກົາຫຼີ ແລະ ຍີ່ປຸ່ນ. ສ່ວນໂທລະພາບປະຊາຊົນ ພາຍຫຼັງເປີດບໍລິການໄດ້ 10 ປີ ແມ່ນໄດ້ຍຸດຕິຢ່າງເປັນທາງການ ຍ້ອນມີການຊັບຊ້ອນວຽກງານ ແລະ ປັບປຸງກົງຈັກການຈັດຕັ້ງໃໝ່. ປັດຈຸບັນໜັງສືພິມປະຊາຊົນຫວຽດນາມ ຍັງເຫຼືອພຽງແຕ່ 15 ພະແນກ ຈາກ 25 ພະແນກໃນເມື່ອກ່ອນ. ນອກນີ້ ຍັງມີອົງການປະຈໍາຢູ່ຕ່າງປະເທດ ເຊັ່ນ: ຝລັ່ງ, ໄທ, ລາວ, ກຳປູເຈຍ, ຣັດເຊຍ ແລະ ເປີດຫ້ອງການຜູ້ຕາງໜ້າຢູ່ 34 ແຂວງ ຈາກເມື່ອກ່ອນມີ 64 ແຂວງໃນທົ່ວປະເທດ.
May be an image of newsstand and text