ເມື່ອບໍ່ດົນມານີ້, ສູນພັດທະນາສີມືແຮງງານ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ບໍ່ແກ້ວ ໄດ້ຈັດພິທີມອບໃບ ຢັ້ງຢືນໃຫ້ຜູ້ທີ່ໄດ້ຜ່ານການຝຶກອົບຮົມ ສາຂາອາຊີບດ້ານການບໍລິການອາຫານ ແລະ ເຄື່ອງດື່ມ ຈຳນວນ 59 ຄົນ, ຍິງ 36 ຄົນ. ເຂົ້າຮ່ວມມອບໃບຢັ້ງຢືນມີທ່ານ ຄຳທອນ ພັນທະນິດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງບໍ່ແກ້ວ
ສຳມະນາກອນທີ່ເຂົ້າຮ່ວມຝຶກທັງໝົດ 59 ຄົນ, ຍິງ 36 ຄົນ, ໃນນັ້ນຮ້ານອາຫານ 47 ຄົນ, ຍິງ 29 ຄົນ, ໂຮງງານເຈຍລະໄນ 10 ຄົນ, ຍິງ 7 ຄົນ, ຊ່າງເຊື່ອມຈອດໂລຫະ 2 ຄົນ.
ສຳລັບຫຼັກສູດການຮຽນ-ການສອນຄັ້ງນີ້ໄດ້ກຳນົດເອົາຮ້ານອາຫານ ແລະ ສູນພັດທະນາສີມືແຮງງານເປັນບ່ອນຝຶກອົບຮົມຕົວຈິງ, ນັກສໍາມະນາກອນໄດ້ຮຽນຮູ້ກ່ຽວກັບພາກທິດສະດີ ແລະ ປະຕິບັດຕົວຈິງໄປພ້ອມກັນ. ທັງນີ້ເພື່ອຍົກລະດັບມາດ ຖານດ້ານສີມືແຮງງານ ແລະ ສ້າງຄວາມຮູ້ຄວາມສາມາດທັກສະສີມືແຮງງານໃຫ້ແກ່ພະນັກງານເສີບຢູ່ຫົວໜ່ວຍຜູ້ປະກອບການພາຍໃນຮ້ານອາຫານ. ຜ່ານການຝຶກ ແລະ ທົດສອບສີມືແຮງງານ ສາມາດປະເມີນຄວາມຮູ້, ຄວາມສາມາດຂອງຜູ້ເຂົ້າຝຶກ, ຈັດຢູ່ລະດັບດີຫຼາຍມີ 42 ຄົນ, ລະດັບດີມີ 5 ຄົນ.
Cr: ບຸນຈັນ ມະນີໄຊ





