ງານສໍາມະນາ ກ່ຽວກັບ ການຜະລິດອຸປະກອນເອເລັກໂຕຣນິກ ນຳສະເໜີຂໍ້ລິເລີ່ມຍຸດທະສາດ ເພື່ອແນໃສ່ໃຫ້ ສປປ ລາວ ເປັນກຳລັງໃນພາກພື້ນໃນການຜະລິດ ແລະ ຈຳໜ່າຍອຸປະກອນເອເລັກໂຕຣນິກ ຈັດຂຶ້ນໃນວັນທີ 16 ພຶດສະພາ ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ອາເນກ ອັກຄະສອນ ເຈົ້າຂອງທຸລະກິດ ເອເອສະລ໋ອດສ (AASlots) ພ້ອມດ້ວຍຄູ່ຮ່ວມທຸລະກິດ, ພະນັກງານ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນຂ້ອງເຂົ້າຮ່ວມ.
ການສໍາມະນາຄັ້ງນີ້ ໄດ້ຍົກໃຫ້ເຫັນເຖິງການສ້າງອຸດສາຫະກຳການຜະລິດອຸປະກອນທີ່ມີການຄວບຄຸມ ແລະ ການພັດທະນາເຕັກນິກດ້ານການຜະລິດອາໄຫຼ່ເອເລັກໂຕຣນິກ ແລະ ການຜະລິດໃນລາວ. ວິໄສທັດຂອງ AASlots ສໍາລັບການນໍາພາອຸດສາຫະກໍາ ແລະ ເຕັກໂນໂລຊີ ຊຶ່ງມີຈຸດປະສົງເພື່ອໃຫ້ປະເທດລາວເປັນສູນກາງສໍາລັບຕະຫຼາດເຕັກໂນໂລຊີຂອງອາຊຽນ ຂໍ້ລິເລີ່ມດັ່ງກ່າວຈະສ້າງວຽກເຮັດງານທຳທີ່ມີສີມືແຮງງານສູງ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ແລະ ສ້າງຂະແໜງການສົ່ງອອກທີ່ສອດຄ່ອງກັບມາດຕະຖານສາກົນ ປະກອບມີ: ກໍ່ສ້າງລະບຽບການທີ່ໂປ່ງໃສ, ໄດ້ຮັບການຮັບຮູ້ຈາກສາກົນ, ຍູ້ແຮງການເຕີບໂຕຂອງເສດຖະກິດໂດຍຜ່ານການຜະລິດ, ການສ້ອມແປງ, ການສົ່ງອອກ, ພັດທະນາຄວາມສາມາດຂອງທ້ອງຖິ່ນໂດຍຜ່ານການຝຶກອົບຮົມ ການສຶກສາ ແລະ ທຶນການສຶກສາ; ເສີມຂະຫຍາຍຄວາມເຊື່ອໝັ້ນຂອງນັກລົງທຶນ ໃຫ້ສອດຄ່ອງກັບມາດຕະຖານການຢັ້ງຢືນທົ່ວໂລກ ເນັ້ນໃສ່ຍຸດທະສາດສົ່ງເສີມຄົນລາວຜະລິດ ແລະ ສ້ອມແປງເຄື່ອງເອເລັກໂຕຣນິກ.
ທ່ານ ອາເນກ ອັກຄະສອນ ໄດ້ກ່າວວ່າ: ເພື່ອຮອງຮັບ ແລະ ໃຫ້ໂອກາດແກ່ນັກສຶກສາລາວ ທີ່ຮຽນຈົບຫຼັກສູດກ່ຽວກັບເຕັກໂນໂລຊີ ເພື່ອບໍ່ໃຫ້ພວກເຂົາເຫຼົ່ານັ້ນຕ້ອງໄປເຮັດວຽກອັນອື່ນທີ່ຕົນເອງບໍ່ໄດ້ຮຽນມາ ບາງເທື່ອກໍໄປເຮັດວຽກທີ່ປະເທດໃກ້ຄຽງ. ສະນັ້ນ, ເພື່ອບໍ່ໃຫ້ໄວໜຸ່ມພວກເຮົາອອກໄປຊອກວຽກໃນຕ່າງແດນ ຕົນຈຶ່ງໄດ້ມີຄວາມຕັ້ງໃຈນໍາເອົາສິ່ງນີ້ມາໃຫ້ຄົນລາວເຮົາໄດ້ລົງມືປະຕິບັດຮຽນຮູ້ ໃຫ້ສາກົນຮັບຮູ້ເຖິງຄວາມສາມາດຂອງຄົນລາວ ໃຫ້ມີຄວາມກ້າວໜ້າກັບເຕັກໂນໂລຊີ ແລະ ໃຫ້ສາກົນມີຄວາມເຊື່ອໝັ້ນໃນອັນດັບໂລກ ເພາະຕົນເອງມີຄວາມເຊື່ອວ່າຄົນລາວເຮົາມີມູນເຊື້ອດຸໜັ່ນ ແລະ ສາມາດເຮັດໄດ້ ພ້ອມນີ້ ບໍລິສັດຍັງຈະສົ່ງແຮງງານທີ່ຜ່ານການຮຽນຮູ້ອອກສູ່ຕະຫຼາດສາກົນໄດ້, ອຸປະກອນເອເລັກໂຕຣນິກ ເຕັກໂນໂລຊີ ແມ່ນທຸກໆຊິ້ນສ່ວນອາໄຫຼ່ຂອງເຄື່ອງເຕັກໂນໂລຊີ ເຊັ່ນ: ຄອມພິວເຕີ, ຈໍເອວອີດີ, ຈໍໂທລະສັບ ແລະ ອາໄຫຼ່ເຄື່ອງເອເລັກໂຕຣນິກອື່ນໆ.
ຂ່າວ: ຍຸພິນທອງ





