ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາມະນາວິທະຍາສາດສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

Feb 19, 2025

ກອງປະຊຸມສໍາມະນາວິທະຍາສາດສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ພາຍໃຕ້ຫົວຂໍ້ “ 70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ໄດ້ຈັດຂຶ້ນໃນວັນທີ 18 ກຸມພາຜ່ານມາ ທີ່ສະໂມສອນໃຫຍ່ຂອງແຂວງຄໍາມ່ວນ (ຫຼັກ4) ໂດຍການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ສະຫາຍ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ຮອງສະພາວິທະຍາສາດແຫ່ງຊາດ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍເລຂາພັກແຂວງ, ຮອງເລຂາພັກແຂວງຈາກ ແຂວງຄໍາມ່ວນ, ບໍລິຄໍາໄຊ, ສະຫວັນນະເຂດ, ບັນດາພະ ນັກງານການນໍາຫຼັກແຫຼ່ງແຕ່ລະຂັ້ນຂອງທ້ອງຖິ່ນໃນ 3 ແຂວງ ເຂົ້າຮ່ວມຈໍານວນ 300 ກວ່າສະຫາຍ .
ສະຫາຍ ນາງ ທອງ ສີພັນດອນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມສໍາມະນາວິທະຍາສາດສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີແມ່ນຈັດຂຶ້ນໃນທາມກາງທີ່ທົ່ວພັກ,ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມສຸມໃສ່ຂະບວນການຫ້າງຫາກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ພ້ອມກັນນັ້ນ ສະຫາຍຍັງໄດ້ຍົກໃຫ້ເຫັນເຖິງຕົ້ນກໍາເນີດປະຫວັດຄວາມເປັນມາຂອງພັກປະຊາຊົນປະຕິວັດລາວລວມເຖິງການເຄື່ອນໄຫວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກໃນແຕ່ລະໄລຍະຈົນມາເຖິງສະໄໝປັດຈຸບັນ.
ການຈັດສໍາມະນາຄັ້ງນີ້, ບັນດານັກວິທະຍາສາດຈາກສະພາວິທະຍາສາດແຫ່ງຊາດໄດ້ຂຶ້ນຜ່ານບົດໃນຫຼາຍຫົວຂໍ້ທີ່ແຕກຕ່າງກັນ ຊຶ່ງໄດ້ແບ່ງອອກເປັນ 3 ວາລະ ແລະ 10 ຫົວຂໍ້ຄື: ຫົວຂໍ້ທີ 1, ການກຳເນີດ ຂອງພັກປະຊາຊົນປະຕິວັດລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດລາວ, ຫົວຂໍ້ທີ 2, ພັກປະຊາຊົນປະຕິວັດລາວນຳພາພາລະກິດປົດປ່ອຍຊາດຢ່າງສົມບູນ, ຫົວຂໍ້ທີ 3, ກໍ່ສ້າງ ແລະ ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະຂອງການປະຕິວັດໃນແຕ່ລະໄລຍະ, ຫົວຂໍ້ທີ 4, ພັກນຳພາກໍ່ສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ຫົວຂໍ້ທີ 5, ພັກນຳພາພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ຫົວຂໍ້ທີ 6, ພັກນຳພາພັດທະນາວັດທະນະທຳ-ສັງຄົມ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນບັນດາເຜົ່າ, ຫົວຂໍ້ທີ 7, ພັກນຳພາເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນທັງຊາດ, ຫົວຂໍ້ທີ 8, ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ, ຫົວຂໍ້ທີ 9, ພັກນຳພາກຳລັງປ້ອງກັນຄວາມສະຫງົບເຂັ້ມແຂງ, ມີແບບແຜນທັນສະໄໝ, ຫົວຂໍ້ທີ 10, ພັກນຳພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ. ຈາກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນແລກປ່ຽນຈາກບັນດາສະຫາຍເລຂາພັກແຂວງ, ຮອງເລຂາພັກແຂວງ ແລະ ບັນດາພະນັກງານອາວຸໂສບໍານານຈາກ 3 ແຂວງດັ່ງກ່າວ.
Cr: ແດງສະຫວັດ ແສນພານິດ