ວັນທີ 18 ມີນາ 2025, ກອງປະຊຸມສໍາມະນາວິຊາການດ້ານການດໍາເນີນຄະດີປົກຄອງ ໃຫ້ແກ່ພະນັກງານສານປະຊາຊົນຂອງ ສປປ ລາວ ພາຍໃຕ້ໂຄງການສະໜັບສະໜູນຂອງສານປົກຄອງສູງສຸດ ແຫ່ງຣາຊະອະນາຈັກໄທ, ເປັນປະທານໂດຍ ທ່ານ ປຣະສິດສັກ ມີລາບ ປະທານສານປົກຄອງສູງສຸດແຫ່ງ ຣາຊະອານາຈັກໄທ, ມີທ່ານຫົວຄະນະສານ, ຫົວໜ້າກົມ, ສານປະຊາຊົນສູງສຸດແຫ່ງ ສປປ ລາວ ເຂົ້າຮ່ວມ.
ທ່ານ ຄໍາພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ການສໍາມະນາວິຊາການດ້ານການດໍາເນີນຄະດີປົກຄອງ ໃຫ້ແກ່ພະນັກງານສານປະຊາຊົນຂອງ ສປປ ລາວ ໃນຄັ້ງນີ້, ພາຍໃຕ້ໂຄງການສະໜັບສະໜູນຂອງສານປົກຄອງສູງສຸດແຫ່ງຣາຊະອະນາຈັກໄທ ຊຶ່ງໄດ້ຈັດຂຶ້ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ໄທ ຄົບຮອບ 75 ປີ ເຊິ່ງມີຄວາມໝາຍສໍາຄັນ ໂດຍສະເພາະໃນລະບົບຕຸລາການຂອງສອງປະເທດ. ຄືດັ່ງທີ່ຮູ້ແລ້ວວ່າ ສປປ ລາວ ແລະ ຣາຊະອານາຈັກໄທ ເປັນປະເທດທີ່ມີມູນເຊື້ອການພົວພັນຮ່ວມມືທີ່ມີປະຫວັດຍາວນານ ໃນຖານະປະເທດບ້ານໃກ້ເຮືອນຄຽງ, ການເພີ່ມພູນຄູນສ້າງການພົວພັນຮ່ວມມືໃນທຸກຂົງເຂດວຽກງານ ແຕ່ສູນກາງລົງຮອດທ້ອງຖິ່ນ.
ການສຳມະນາໃນຄັ້ງນີ້ມີຫົວຂໍ້: ຫຼັກການສ້າງກົດໝາຍວ່າດ້ວຍການດຳເນີນຄະດີປົກຄອງ; ຫຼັກການສ້າງກົດໝາຍຂໍ້ມູນຂ່າວສານຂອງພະນັກງານ ແລະ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນ; ຫຼັກການສ້າງກົດໝາຍວ່າດ້ວຍການຮັບຜິດຈາກການລະເມີດຂອງເຈົ້າໜ້າທີ່. ທັງນີ້ກໍເພື່ອເຮັດໃຫ້ພະນັກງານຂອງສານປະຊາຊົນຂອງ ສປປ ລາວ ໄດ້ຍົກລະດັບຄວາມຮູ້ທາງດ້ານ ການດໍາເນີນຄະດີປົກຄອງ ທັງເປັນບ່ອນອີງໃນການພິຈາລະນາຕັດສິນ ຫຼື ພິພາກສາຄະດີໃຫ້ຖືກຕ້ອງຕາມຂັ້ນຕອນ ຂອງການດໍາເນີນຄະດີປົກຄອງຢ່າງເຂັ້ມງວດ, ປະກອບສ່ວນການຕ້ານ, ສະກັດກັ້ນການສໍ້ລາດບັງຫຼວງ ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ລັດ ແລະ ປະຊາຊົນໄດ້ຮັບການປົກປ້ອງຕາມກົດໝາຍ, ຮັບປະກັນການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ທັງຮັບປະກັນການປະຕິບັດໜ້າທີ່ຂອງຜູ້ພິພາກສາຂອງສານປະຊາຊົນ ໃຫ້ມີຄວາມຖືກຕ້ອງ,ໂປ່ງໃສ, ວ່ອງໄວ ແລະ ຍຸຕິທໍາ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.
ທີ່ມາ: ຄວາມສະຫງົບ





