ເມື່ອບໍ່ດົນມານີ້, ຢູ່ສະພາແຫ່ງຊາດ ຈັດສໍາມະນາວິທະຍາສາດກ່ຽວກັບ ວຽກງານນະໂຍ ບາຍການອະນຸລັກ ແລະ ການຫລຸດຜ່ອນຜົນກະທົບຕໍ່ຊີວະນາໆພັນ ຢູ່ ສປປ ລາວ ແນໃສ່ຍົກສູງບົດ ບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນໃນການພິຈາລະນາອະນຸມັດໂຄງການລົງທຶນທີ່ກ່ຽວພັນກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໄດ້ຮັບການພິຈາລະນາຢ່າງມີປະ ສິດທິພາບ, ປະສິດທິຜົນ ແລະ ຮັບປະກັນ ພື້ນທີ່ທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນ ເຊັ່ນ: ເຂດປ່າສະຫງວນ, ເຂດຊີວະນາໆພັນທີ່ສຳຄັນ, ເຂດທີ່ດິນບໍລິເວນນໍ້າ ລວມທັງຊະນິດພັນພືດ ແລະ ສັດ ທີ່ໄດ້ຮັບການ ຄຸ້ມຄອງພາຍໃຕ້ກົດໝາຍ ສປປ ລາວ, ສົນທິສັນຍາ ແລະ ສັນຍາສາກົນ ຖືກນຳມາພິ ຈາລະນາໃນຂະບວນການວາງແຜນ ແລະ ຕັດ ສິນໃຈລົງທຶນ ເພື່ອສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ການພັດທະນາເສດຖະກິດທີ່ສອດຄ່ອງກັບການອະນຸລັກຊີວະນາໆພັນ ແລະ ການບໍລິ ການລະບົບນິເວດຂອງ ສປປ ລາວ.
ທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການເສດຖະ ກິດ, ເຕັກໂນໂລຊີ ແລະ ສິ່ງແວດ ລ້ອມ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ສປປ ລາວ ໄດ້ມີການຂະຫຍາຍ ຕົວທາງດ້ານເສດຖະກິດຢ່າງໄວວາ, ປະກອບກັບການລົງທຶນທີ່ເພີ່ມຂຶ້ນໃນດ້ານການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ ເຊັ່ນ: ທາງລົດໄຟ, ຖະໜົນຫົນທາງ ແລະ ບັນດາອຸດສາຫະກຳການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ບໍ່ແຮ່, ກະສິກຳ ແລະ ປ່າໄມ້ ເຊິ່ງໄດ້ມີການນໍາເນື້ອທີ່ດິນ, ບຸກລຸກເນື້ອທີ່ປ່າໄມ້ ແລະ ຫັນປ່ຽນທີ່ດິນປ່າໄມ້ຫລາຍພໍສົມຄວນ. ໃນຂະນະດຽວກັນ, ສປປ ລາວ ກໍໄດ້ຍຶດໝັ້ນການຈັດຕັ້ງປະຕິບັດວາລະການເຕີບໂຕສີຂຽວ ແລະ ໄດ້ມີການສ້າງແຜນຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ, ກົດ ໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍປ່າ ໄມ້, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ, ດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຄູ່ມືແນະນຳວ່າດ້ວຍການປະເມີນສິ່ງແວດລ້ອມຍຸດທະສາດ ແລະ ອື່ນໆ ເພື່ອເປັນເຄື່ອງມືໃນການຊ່ວຍຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ເອື້ອອໍານວຍກັບການອະນຸລັກຊີວະນາໆພັນ ແລະ ການບໍລິການຂອງລະບົບນິເວດ.
ໃນໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບລະບົບປ່າໄມ້ ແລະ ປ່າສະຫງວນແຫ່ງຊາດ ຢູ່ ສປປ ລາວ ແລະ ບັນຊີສັດປ່າຢູ່ ສປປ ລາວ; ເຜີຍແຜ່ສົນທິສັນຍາສາກົນກ່ຽວກັບສິ່ງແວດ ລ້ອມເຊັ່ນ: CITES, CBD, Ramsar; ການຄຸ້ມຄອງປ່າໄມ້ ແລະ ມາດຕະການຫລຸດຜ່ອນຜົນກະ ທົບເຊັ່ນ: ການຄຸ້ມ ຄອງພູມີທັດປະສົມປະສານ ແລະ ເຂດທີ່ມີຄວາມສໍາຄັນທາງດ້ານຊີວະນາໆພັນ, ລໍາດັບມາດຕະການຫລຸດຜ່ອນຜົນກະທົບ ແລະ ການຫລຸດຜ່ອນຊີວະນາໆພັນເທົ່າເດີມ, ບັນຊີແດງຂອງ IUCN. ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ປຶກສາຫາລື, ປະກອບຄໍາເຫັນຕໍ່ພາລະບົດບາດຂອງສະພາແຫ່ງຊາດ ໃນການຄຸ້ມຄອງປົກປັກຮັກສາຊີວະນາໆພັນ ໄປຄຽງຄູ່ກັບການພັດທະນາ ສປປລາວ ໃນຕໍ່ໜ້າ.
ຂ່າວ: ສອນສັກ ວັນວິໄຊ




