ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງບໍ່ແກ້ວ

Jan 20, 2025

ກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊົນ ແຂວງບໍ່ແກ້ວ ຊຸດທີ II ໄດ້ດໍາເນີນເປັນເວລາ 2 ວັນ ແລະ ໄດ້ອັດລົງດ້ວຍຜົນສໍາເລັດ ໃນວັນທີ 17 ມັງກອນ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາ ຊິກສະພາປະຊາຊົນແຂວງ, ການນໍາພັກ-ລັດແຂວງ, ຫົວໜ້າພະແນກການ, ອົງການອ້ອມຂ້າງແຂວງ, ເຈົ້າເມືອງ 5 ເມືອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງ ທີ່ສະມາຊິກສະພາປະຊາຊົນແຂວງ, ສະມາຊິກອົງການປົກຄອງແຂວງ, ຜູ້ແທນກອງປະຊຸມ ຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາ, ຮັບຮອງບັນຫາສໍາຄັນພື້ນຖານຂອງແຂວງ ຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງບໍ່ແກ້ວ ເຂົ້າສູ່ວຽກງານຕົວຈິງຂອງບັນດາອົງການຈັດຕັ້ງ ດ້ວຍການຮັບຮອງເປັນມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ຈໍານວນ 9 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ແຂວງບໍ່ແກ້ວ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ແຂວງບໍ່ແກ້ວ ໄດ້ຮັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເທື່ອລະກ້າວ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ເປັນຕົ້ນ ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການປະຕິບັດບັນດາຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ພິຈາລະນາ, ຮັບຮອງເອົາ ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ປະຈໍາປີ 2024 ແລະ ການຈັດສັນງົບປະມານໃຫ້ບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ບັນດາເມືອງ ປະຈໍາປີ 2025; ພິຈາລະນາ ຮັບຮອງເອົາ ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ພິຈາລະນາ, ຮັບຮອງເອົາ ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສາມສ້າງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການກວດສອບ ປະຈໍາພາກເໜືອ 2 ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2023; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານຜົນການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວ ປີ 2022; ພິຈາລະນາ, ຮັບຮອງເອົາບົດລາຍງານ ອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025. ພິຈາລະນາ, ຮັບຮອງເອົາ ບົດລາຍງານ ກ່ຽວກັບການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ.
ຂ່າວ: ຄໍາເພັງ ສີສະຫວ່າງ