ການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງນາກາຍ ແຂວງຄຳມ່ວນ ຄັ້ງທີ VII ໄດ້ສຳເລັດລົງໃນຕອນບ່າຍຂອງວັນທີ 19 ກຸມພາ 2025 ຢູ່ທີ່ສະໂມສອນຂອງເມືອງ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ບົວກາ ແກ້ວມະນີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງນາກາຍ, ເປັນກຽດເຂົ້າຮ່ວມມີສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ, ມີຜູ້ແທນສົມບູນເຂົ້າຮ່ວມ 147 ສະຫາຍ, ຍິງ 11 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງ.
ກອງປະຊຸມແມ່ນໄດ້ຮັບຟັງ ແລະ ຮັບຮອງເອົາຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2025-2029), ຮັບຟັງການປະກອບຄໍາເຫັນ ຈາກຕາງໜ້າຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ, ການປະກອບຄໍາເຫັນຂອງບ້ານຕົວແບບດ້ານການຜະລິດກະສະກຳ, ການແປຮູບຜະລິດຕະພັນປາເປັນສິນຄ້າ, ບ້ານຕົວແບບປອດຢາເສບຕິດ ແລະ ບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ບົນພື້ນຖານມາດຖານ, ເງື່ອນໄຂທີ່ກຳນົດໄວ້ ເຊີ່ງມີຜູ້ສະໝັກທັງໝົດ 30 ສະຫາຍ ເພື່ອເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຈໍານວນ 25 ສະຫາຍ ໃນນັ້ນແມ່ນໄດ້ເລືອກເອົາຄະນະປະຈໍາພັກເມືອງຈໍານວນ 07 ສະຫາຍ ພ້ອມທັງເລືອກເອົາ ເລຂາ, ຮອງເລຂາ ຄະນະບໍລິຫານງານພັກເມືອງ ແລະ ປະທານ, ຮອງປະທານຄະນະກວດກາພັກເມືອງ. ເຊິ່ງກອງປະຊຸມໄດ້ເປັນເອກະພາບເລືອກເອົາສະຫາຍ ນາງ ບົວກາ ແກ້ວມະນີ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ເນດ ຈັນທະລາດ ແລະ ສະຫາຍ ສົມບັດ ປັນຍາສິດ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາສະຫາຍ ບົວແຊງ ແກ່ນມະນີ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ໜູຮັກ ພົມມະລິນ ແລະ ສະຫາຍ ວິລະວົງ ແພງອຸໄທ ເປັນຮອງປະທານຄະນະກວດກາພັກເມືອງ. ພ້ອມນີ້ ຍັງໄດ້ເລືອກເອົາຜູ້ແທນສົມບູນ 20 ສະຫາຍ, ຍິງ 02 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄຳມ່ວນ.
ໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍຈົ່ງໄດ້ເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ. ພາຍຫຼັງທີ່ໄດ້ສຳເລັດກອງປະຊຸມໃນຄັ້ງນີ້ ແມ່ນໃຫ້ຄົ້ນຄວ້າແບ່ງຄວາມຮັບຜິດຊອບ ເພື່ອຊີ້ນໍາໃນແຕ່ລະຂົງເຂດວຽກງານໃຫ້ຈະແຈ້ງ ດ້ວຍຄວາມຮັບຜິດຊອບ ແລະ ຄວາມເສຍສະຫຼະສູງ ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມ ນຳໄປເຜີຍແຜ່ເຊື່ອມຊຶມໃຫ້ປະຊາຊົນໄດ້ຮັບຮູ້ ແລະ ໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມໃນທຸກໆຂະບວນການ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ໃຫ້ມີຄວາມຈົງຮັກພັກດີ, ມີຄວາມປອດໃສ ແລະ ສູ້ຊົນປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດ, ສຸມໃສ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນຂອງເມືອງ ພ້ອມທັງນໍາໃຊ້ໃຫ້ເກີດປະສິດທິພາບ, ປະສິດທິຜົນສູງສຸດ ໂດຍການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມໃສ່ພັດທະນາພື້ນຖານໂຄງລ່າງ, ຊຸກຍູ້ ສົ່ງເສີມການຜະລິດຂອງປະຊາຊົນ, ປຸກລະດົມທຸກແຫຼ່ງທຶນ ເພື່ອຍົກລະດັບການຜະລິດຂອງປະຊາຊົນ, ສືບຕໍ່ຊຸກຍູ້ເສດຖະກິດ ທີ່ເປັນພູມປັນຍາຂອງຊາວບ້ານ ຕິດພັນກັບການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້, ແຫຼ່ງນໍ້າ ໃຫ້ມີຄວາມອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ.





