ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊໂປນຄັ້ງທີ XII

Feb 20, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊໂປນຄັ້ງທີ XII ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນຕອນເຊົ້າວັນທີ 20 ກຸມພາ 2025 ທີ່ສະໂມສອນເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມເປັນປະທານສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ລໍາທອງ ຂອບສີລາວົງ ກຳມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ໂດຍການເປັນປະທານນຳພາກອງປະຊຸມຂອງ ສະຫາຍ ພົງຄໍາຮັກ ບຸດທະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເຊໂປນ.
ໃນກອງປະຊຸມບັນດາສະຫາຍຜູ້ແທນສົມບູນຈຳນວນ 159 ສະຫາຍ, ຍິງ 23 ສະຫາຍ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຊຸດທີ XII ບົນພື້ນຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງຈຳນວນ 29 ສະຫາຍ, ຍິງ 06 ສະຫາຍ ແລະ ເລືອກໄດ້ 25 ສະຫາຍ, ຍິງ 05 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງເຊໂປນຊຸດໃໝ່ ໄດ້ເປັນເອກະພາບເລືອກຕັ້ງເອົາຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ ແລະ ປະທານ, ຮອງປະທານກວດກາພັກ. ກອງປະຊຸມຄັ້ງນີ້ແມ່ນໄດ້ເລືອກເອົາຄະນະກຳມະການປະຈໍາພັກເມືອງຈໍານວນ 07 ສະຫາຍ,ຍິງ 03 ສະຫາຍຄື: ສະຫາຍ ພົງຄໍາຮັກ ບຸດທະວົງ, ສະຫາຍ ສະຫວັນໄຊ ອາໃສ, ສະຫາຍ ບຸນສູງ ໄຊຍະວົງ, ສະຫາຍ ນາງ ພູທອງ ພົມມະຈັນ, ສະຫາຍ ນາງ ເພັດສະໝອນ ພິລາວັນ, ສະຫາຍ ພັທ ຈຳປາແດງ ແລະ ສະຫາຍ ນາງ ກອງສະໄໝ ແວງຈະເລີນ.
ໃນນີ້ເລືອກເອົາສະຫາຍ ພົງຄໍາຮັກ ບຸດທະວົງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສະຫວັນໄຊ ອາໃສ ເປັນຮອງເລຂາພັກເມືອງ ແລະ ສະຫາຍ ບຸນສູງ ໄຊຍະວົງ ເປັນຮອງເລຂາພັກເມືອງ ທັງເປັນປະທານຄະນະກວດກາພັກ-ລັດເມືອງ, ສະຫາຍ ບຸນພາວັນ ພຸດທະວີ ແລະ ສະຫາຍ ຄອນສະຫວັນ ອາໃສ ເປັນຮອງປະທານຄະນະກວດກາພັກ-ລັດເມືອງ.
ພ້ອມນີ້ ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນຈຳນວນ 21 ສະຫາຍ, ສຳຮອງ 02 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສະຫວັນນະເຂດ ຕື່ມອີກ.
ໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊໂປນ ຄັ້ງນີ້ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນເຂັມທິດໃນການນຳພາຊີ້ນຳຂອງອົງຄະນະພັກເມືອງເຊໂປນວ່າ: ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງອົງຄະນະພັກເມືອງເຊໂປນ ມີຫຼວງຫຼາຍແຕ່ອັນຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ບັນຫາທີ່ອ່ອນໃນຂອດຈັດຕັ້ງປະຕິບັດ ພວກເຮົາກໍ່ຕ້ອງຊອກໃຫ້ເຫັນ ເພື່ອຈະມີວິທີ່ແກ້ໄຂທີ່ເໝາະສົມ, ເພື່ອໃຫ້ການຈັດຕັ້ງປະຕິບັດໄດ້ຮັບຜົນດີ, ສະຫາຍເລຂາພັກແຂວງໄດ້ເນັ້ນໜັກບາງບັນຫາຄື: ຕ້ອງໄດ້ເພີ່ມທະວີ ຍົກລະດັບບົດບາດການນຳພາຂອງພັກໃນທຸກຂົງເຂດວຽກງານ, ເຮັດແນວໃດໃຫ້ມະຫາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ. ຕ້ອງເອົາໃຈໃສ່ ຢ່າງບໍ່ລົດລະຕໍ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມສະຫງົບປອດໄພ. ຖືວຽກງານນີ້ເປັນໜ້າທີ່ຕົ້ນຕໍ່ ທີ່ບໍ່ອາດຈະຖືເບົາ, ບັນດາສະຫາຍຕ້ອງຮັບຮູ້ ແລະ ກຳແໜ້ນກ່ຽວກັບການພັດທະນາທາງດ້ານເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕ້ອງກຳໃຫ້ໄດ້ວ່າເຂດໃດ, ບ້ານໃດມີທ່າແຮງໃນການຜະລິດດ້ານໃດ ເພື່ອສຸມວິຊາການ, ສຸມທຶນເຂົ້າຊ່ວຍໝູນ ແລະ ຊຸກຍູ້ປະຊາຊົນຈັດຕັ້ງປະຕິບັດແຜນການຜະລິດໃຫ້ມີປະສິດທິຜົນ, ບັນຫາສຳຄັນໃນການສ້າງເສດຖະກິດ ຕ້ອງເອົາໃຈໃສ່ຊຸກຍູ້ຂະບວນການຜະລິດເປັນສິນຄ້າໃຫ້ກວ້າງຂວາງ ເພື່ອໃຫ້ການຂະຫຍາຍເສດຖະກິດໄປຖືກທິດເສດຖະກິດຕະຫຼາດ ຕໍ່ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງເປັນຄະນະບໍລິຫານງານພັກເມືອງຊຸດໃໝ່ ນີ້ແມ່ນຄວາມໄວ້ວາງໃຈ ຂອງບັນດາຖັນແຖວສະມາຊິກພັກ ທົ່ວອົງຄະນະພັກເມືອງເຊໂປນ ທີ່ໄດ້ເລືອກເອົາສະຫາຍ ເຂົ້າໃນອົງການນຳສູງສຸດຂອງເມືອງ, ເພື່ອຊີ້ນຳ-ນຳພາຮອບດ້ານ ແຕ່ກອງປະຊຸມໃຫຍ່ສະໄໝນີ້ ໄປຫາກອງປະຊຸມໃຫຍ່ສະໄໝໜ້າ, ເຊິ່ງຈະຕ້ອງແບກຫາບພາລະໜ້າທີ່ໆ ໜັກໝ່ວງແຕ່ມີກຽດສະຫງ່າງາມ, ສະນັ້ນ ບັນດາສະຫາຍຕ້ອງເສີມຂະຫຍາຍຄວາມຮູ້ຄວາມສາມາດຂອງຕົນ ຈັດຕັ້ງປະຕິບັດໜ້າທີ່ຕາມການມອບໝາຍ ດ້ວຍຄວາມຮັບຜິດຊອບສູງ, ກ່ອນອື່ນຕ້ອງຮັກສາຄວາມສາມັກຄີເປັນເອກະພາບໃນໝູ່ຄະນະ, ບົນພື້ນຖານເອົາໃຈໃສ່ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດລະບອບການນຳພາຢ່າງເຂັ້ມງວດ.
ຈາກນັ້ນສະຫາຍ ພົງຄໍາຮັກ ບຸດທະວົງ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງເຊໂປນ ກໍ່ໄດ້ກ່າວປິດປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກເມືອງເຊໂປນ ຢ່າງເປັນທາງການ.