ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສິງ ແຂວງຫຼວງນໍ້າ ທາ ຄັ້ງທີ XII ໄດ້ສໍາເລັດໃນວັນທີ 20 ກຸມພາຜ່ານມານີ້ ທີ່ສະໂມ ສອນເມືອງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫລວງນໍ້າທາ.
ກອງປະຊູມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງຕີລາຄາຮອບດ້ານການຈັດຕັ້ງປະຕິບັດມະຕິກອງປະຊູມໃຫຍ່ຄັ້ງທີ XI ຂອງອົງຄະນະພັກເມືອງ ໃນໄລຍະ 5 ປີຜ່ານມາ 2020-2024 ແລະ ທິດທາງລວມຄາດໝາຍສູ້ຊົນ, ວຽກງານຈຸດສູມໃນ 5 ປີຕໍ່ໜ້າ 2025-2029, ຮັບຟັງການຜ່ານຮ່າງແຜນພັດທະນາເສດຖະກິດສັງຄົມຂອງເມືອງ, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງສີງ ສະໄໝທີ XI.
ຕະຫຼອດໄລຍະ 5 ປີຜ່ານມາ ຄະນະບໍລິຫານງານພັກເມືອງສິງ ສະ ໄໝທີ XI ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ເຜີຍແຜ່ເຊື່ອມຊືມ, ຜັນ ຂະຫຍາຍບັນດາມະຕິ, ຄຳສັ່ງ, ບົດແນະນຳ, ຂໍ້ກຳນົດ,ກົດລະ ບຽບຂອງພັກ, ກົດໝາຍຂອງລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກເມືອງສິງ ໂດຍຕິດພັນກັບ 2 ວາລະແຫ່ງຊາດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ເຊື່ອ ໝັ້ນ ຕໍ່ການຊີ້ນໍາໆພາຂອງຄະນະບໍລິຫານງານພັກເມືອງ.
ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 6.65%ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນ 2,123 ໂດລາ/ຄົນ/ປີ, ລື່ນແຜນການ 560 ໂດລາ, ເກັບລາຍຮັບບັນລຸໄດ້ທັງໝົດ 6 ພັນຕື້ກວ່າກີບ, ລື່ນຄາດໝາຍ 986 ຕື້ກີບ. ສໍາລັບຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າເພື່ອນໍາພາເມືອງສິງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮອດປີ 2029 ປະກາດເປັນເມືອງພັດທະ ນາໃຫ້ປະກົດຜົນເປັນຈິງ, ຮັບປະກັນໃຫ້ເມືອງສິງ ມີຄວາມໜັກ ແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ມີຄວາມຍຸຕິທໍາ, ປະຊາຊົນມີຄວາມສາມັກຄີ, ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ແລະ ຖືກທິດໃນລະດັບບໍ່ໃຫ້ຫຼຸດ 12,806 ຕື້ກີບຂຶ້ນໄປ, ອັດຕາການຂະຫຍາຍຕົວສະເລຍ 7.63% ຮອດປີ 2029 ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2,489 ໂດລາສະຫະລັດ.
ກອງປະຊຸມໄດ້ເລືອກຕັ້ງຄະນະບໍລິຫານງານພັກເມືອງຊຸດໃໝ່ ຊຶ່ງມີຜູ້ສະຫມັກ 29 ສະຫາຍ ຍີງ 4 ສະຫາຍ, ເລືອກເອົາ 25 ສະຫາຍ ກອງປະຊູມຄັ້ງປະຖົມມະລືກເຫັນດີເປັນເອກະພາບເລືອກເອົາ ສະຫາຍ ໜານມອນ ແກ້ວສີງໄຊ ເປັນເລຂາພັກເມືອງ, ສະຫາຍ ສົມລິດ ພອນປະເສີດ ເປັນຮອງເລຂາ ແລະ ສະຫາຍ ບຸນທັນ ປອນວັນນາ ເປັນຮອງເລຂາ ທັງເປັນປະທານກວດກາພັກ. ພ້ອມທັງ, ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ-ສໍາຮອງ ເພື່ອເຂົ້າຮ່ວມກອງປະຊູມໃຫຍ່ອົງຄະນະພັກແຂວງ 25 ສະຫາຍ, ຍີງ 4 ສະຫາຍ.
ໂອກາດດຽວກັນ, ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ເນັ້ນ ໜັກໃຫ້ຄະນະພັກ, ສະມາຊີກພັກ,ພະນັກງານ, ທະຫານ, ຕໍາຫຼວດ ຈົ່ງເຊີດຊູຄວາມເປັນແບບຢ່າງທີ່ດີໃນທຸກດ້ານ ນໍາພາປະຕິບັດມະຕິກອງປະຊູມໃຫຍ່ ຄັ້ງທີ XII ໃຫ້ປະກົດຜົນເປັນຈີງ, ພ້ອມກັນເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເຊີດຊູຈິດໃຈຮັກາຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຕັດສິນໃຈຜ່ານຜ່າຂໍ້ຫຍຸ່ງຍາກ ແລະ ນຳໃຊ້ທ່າແຮງບົມຊ້ອນຢ່າງມີປະສິດທິຜົນເພື່ອພ້ອມກັນພັດທະນາເມືອງສິງໃຫ້ຈະເລີນຮຸ້ງເຮືອງຂຶ້ນໄປເທື່ອລະກ້າວ.
ຂ່າວ: ມຸນຕີ





