ສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງເຊກອງ

ໃນວັນທີ 13 ກຸມພາ 2025 ນີ້, ກອງບັນຊາການທະຫານແຂວງເຊກອງ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະບໍລິຫານງານພັກ ກອງບັນຊາການທະ ຫານແຂວງເຊກອງ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານ ຂອງສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງເຊກອງ, ປະທານ ປກຊ-ປກສ ແຂວງ ເຊກອງ.
ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ກໍາມະການຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ຂອງຄະນະບໍລິຫານງານ ພັກກອງບັນຊາການທະຫານແຂວງເຊກອງ ສະໄໝທີ V ແລະ ທິດ ທາງແຜນການຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ.
ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ຕໍ່ບົດລາຍງານການເມືອງທັງສອງພາກ ດ້ວຍຄວາມ ຮັບຜິດຊອບສູງ. ກອງປະຊຸມໄດ້ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກຊຸດເກົ່າ. ໂດຍປະຕິ ບັດຕາມລະບຽບ ຂອງພັກປະຊາຊົນປະຕິວັດລາວ ຄະນະບໍລິ ຫານງານພັກຊຸດເກົ່າໄດ້ກ່າວລາໜ້າທີ່ ແລະ ຫົວໜ້າຄະນະຈັດ ຕັ້ງແຂວງ ໄດ້ຜ່ານມາດຖານເງື່ອນໄຂ ຂອງຜູ້ທີ່ຈະສະໝັກເລືອກ ຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງເຊກອງ ສະໄໝທີ VI.
ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ໂດຍໄດ້ເລືອກເອົາ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ເປັນເລຂາ, ສະຫາຍ ພັນເອກ ສົມຈິດ ນິລະພົນ ເປັນຮອງເລຂາ, ເລືອກເອົາ ປະທານ, ຮອງປະ ທານກວດກາພັກ ປະກອບດ້ວຍ 3 ສະຫາຍ ໂດຍແມ່ນ ສະຫາຍ ພັນເອກ ສີດາວົງ ດວງປານີ ເປັນປະທານກວດກາພັກ, ສະຫາຍ ພັນໂທ ສັງວານ ແສງສັກສິດ ແລະ ສະຫາຍ ພັນໂທ ເພັດໃສ ບົວສະຫວານ ເປັນຮອງປະທານກວດກາພັກ. ຜູ້ແທນສະມາຊິກພັກ ໄດ້ປະຊາມະຕິຮັບຮອງເອົາຮ່າງມະຕິກອງປະຊຸມໃຫຍ່ຜູ້ແທນສະ ມາຊິກພັກ ຄັ້ງທີ VI ຂອງຄະນະບໍລິຫານງານພັກກອງບັນຊາ ການທະຫານແຂວງເຊກອງ ຢ່າງສົມບູນ.
ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ກໍຄືການນໍາພາ-ຊີ້ນໍາ ຂອງຄະນະບໍລິ ຫານງານພັກ ກອງບັນຊາການທະຫານແຂວງເຊກອງ ໃນການປັບ ປຸງກໍ່ສ້າງກົມກອງ ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງ ພ້ອມທັງ ເນັ້ນໜັກໜ້າທີ່ສໍາຄັນໃນໄລຍະໃໝ່ ເພື່ອຕັ້ງໜ້າສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກໃຫ້ດີ, ສ້າງໃຫ້ກົມກອງມີຄວາມສະຫງົບ, ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ມີທ່ວງທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
Cr: ກອງຄໍາ ຈິ່ງດ້າຍອດ





