ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດກອງປະຊຸມໃຫຍ່ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024.

Jan 20, 2025

ກອງປະຊຸມໃຫຍ່ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ປະຈຳປີ2024ໄດ້ໄຂຂື້ນແລະອັດລົງດວ້ຍຜົນສຳເລັດໃນວັນທີ 19ມັງກອນ 2025 ທີ່ໂຮງແຮມDouble Tree by Hiton ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນ ປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ, ໃຫ້ກຽດເຂົ້າຮວ່ມ ຂອງ ທ່ານ ຮສ.ປອ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ປອ ເຂີງຄຳແກ້ວ ໜູຈັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະບໍລິຫານງານສຕລ, ສະຫະພັນບານເຕະແຂວງ, ນະຄອນຫຼວງວຽງຈັນ, ແຂກຖືກເຊີນທັງພາຍໃນ ແລະຕ່າງປະເທດ.
ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ກ່າວວ່າ: ປີ 2024 ທີ່ຜ່ານມາ ສຕລ ໄດ້ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ປະຈໍາປີ 2023 ໄດ້ສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ. ໃນນັ້ນ, ສຕລ ໄດ້ຖືກຮັບເລືອກໃຫ້ເປັນສະຫະພັນບານເຕະດີເດັ່ນ ປະເພດ Ruby ໂດຍສະຫະພັນບານເຕະອາຊີ(AFC) ເຊິ່ງສະແດງໃຫ້ເຫັນເຖິງການຮັບຮູ້ຂອງສາກົນຕໍ່ການພັດທະນາກິລາບານເຕະໃນປະເທດລາວ, ເຊິ່ງຜົນງານ ນີ້ແມ່ນເປັນລາງວັນຂອງຄອບຄົວບານເຕະລາວທຸກພາກສ່ວນ.
ນອກນັ້ນ ສຕລ ຍັງໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະໄໝສາມັນ ຂອງສະຫະພັນບານເຕະອາຊຽນ, ພ້ອມນັ້ນ ຍ້ອນຄວາມເຊື່ອໝັ້ນຂອງສາກົນຕໍໍ່ ສຕລ, FIFA ແລະ AFCໄດ້ເລືອກໃຫ້ ສປປ ລາວ ເປັນສະໜາມກາງຈັດການແຂ່ງຂັນບານໂລກຮອບຄັດເລືອກຂົງເຂດທະວີບອາຊີ ຮອບ 2 ແລະ ຮອບ 3 ຂອງທີມຊາດ ສປປເກົາຫຼີ ແລະ ພາຍໃຕ້ໂຄງການ FIFA Forward ສຕລ ຍັງສາມາດຍາດແຍ່ງທຶນສືບຕໍໍ່ຈັດການແຂ່ງຂັນລາວລີກຍິງ ແລະ ຈັດການແຂ່ງຂັນ ຊິງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນອີກ 4 ລະດູການຂ້າງໜ້າ. ພາຍໃຕ້ໂຄງການ AFC Enhance Programme: Stadium ສຕລ ສາມາດຍາດແຍ່ງທຶນຮອນມາກໍໍ່ສ້າງອາຄານຫໍພັກນັກກິລາ ທີີ່ສູນຝຶກຈໍາປີ-ຈໍາປາ ຫຼັກ 16 ເພື່ອຮອງຮັບການຝຶກຊ້ອມຂອງທີມຊາດ ແລະ ສະໂມ ສອນໃຫ້ຫຼາຍຂືົ້ນ. ພາຍໃຕ້ໂຄງການ AFF Member Associations Development Programme
ສຕລ ກໍໄດ້ລະດົມທຶນຮອນຈາກຕ່າງປະເທດມາປັບປຸງສະໜາມກິລາແຫ່ງຊາດ ຫຼັກ16. ດ້ານການພັດທະນາບຸກຄະລາກອນພາຍໃນ, ສຕລ ຍາມໃດກໍສົ່ງເສີມໃຫ້ບຸກຄະລາກອນໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ໃນວຽກງານວິຊາສະເພາະຂອງຕົນ ໂດຍການສົ່ງເຂົ້າຮ່ວມຮຽນຫຼັກສູດຕ່າງໆຂອງ FIFA ແລະ AFC. ນອກນັ້ນ ຍັງໄດ້ສົ່ງເສີມໃຫ້ບັນດາຄູຝຶກ ພັດທະນາຂີດຄວາມສາມາດຈົນມີຜູ້ຝຶກສອນຄົນລາວ ທີີ່ສາມາດອົບຮົມຄູຝຶກລະດັບ C ຂອງ AFC ແລະ ສົ່ງເສີມກໍາມະການຕັດສີນ ລົງຄັດເລືອກເປັນກໍາມະການຕັດສິນລະດັບສູງຂອງ AFC.
ໃນກອງປະຊຸມໄດ້ຮັບຮອງເອົາບົດບັນທຶກກອງປະຊຸມໃຫຍ່ສຕລປະຈຳປີ2024, ລວມມີຜົນການເຄື່ອນໄຫວ ວຽກງານຂອງສຕລປະຈຳປີ2024, ບົດສະຫຼຸບວຽກງານການເງິນ2024,ບົດກວດສອບບັນຊີ2023,ແຜນການເຄື່ອນ ໄຫວແລະງົບປະມານປະຈຳປີ2025. ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຂອງ ທ່ານ ຮສ. ປອ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການແລະກິລາ, ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຫຼາຍດ້ານທີ່ສຕລຍາດມາໄດ້ໃນໄລຍະ1ປີຜ່ານມາ, ໂດຍສະເພາະແມ່ນໄດ້ປັບປຸງພື້ນຖານໂຄງລ່າງດ້ານກິລາບານເຕະ, ການຝຶກອົບຮົມຄູຝຶກ ແລະ ການສ້າງນັກກິລາຜູ້ສືບທອດແມ່ນເຮັດໄດ້ດີ, ສ້າງໄດ້ກຽດ ແລະ ຊື່ສຽງໃຫ້ແກ່ປະເທດຊາດທັງຢູ່ພາກພື້ນແລະສາກົນ.
ຢ່າງໃດກໍຕາມໃນສະພາບການຕໍ່ໜ້າທີ່ມີທັງກາລະໂອກາດແລະສິ່ງທ້າທາຍຫຼາຍຢ່າງ,ສຕລ,ສະຫະພັນບານເຕະແຂວງ,ນະຄອນຫຼວງວຽງຈັນ,ແຕ່ລະສະໂມສອນບານເຕະແລະທຸກພາກສວ່ນຂອງສັງຄົມຕ້ອງໄດ້ສືບຕໍ່ຮວ່ມມືກັນເສີມຂະຫຍາຍມູນເຊື້ອ ຄວາມເປັນເອກະພາບໃນການພັດທະນາກິລາບານເຕະລາວກໍຄືຈັດຕັ້ງປະຕິບັດແຜນການເຄື່ອນໄຫວທີ່ສຕລວາງອອກໃນປີ2025ໃຫ້ມີຜົນສຳເລັດຢ່າງເປັນຮູບປະທຳ.