ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຫນ່ວຍກຳມະບານຮາກຖານ ວສລ

Sep 13, 2024

ໜ່ວຍກຳມະບານຮາກຖານ ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ຈັດກອງປະຊຸມໃຫຍ່ ຄັ້ງທີ VII ໃນຕອນເຊົ້າວັນທີ 12 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ຄຳຫຼ້າ ຍອຍສາຍຄຳ, ຄະນະພັກກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ຖວທ, ມີ ສະຫາຍ ວໍຣະສັກ ປຣະວົງວຽງຄໍາ, ຮອງເລຂາຄະນະ ພັກຮາກຖານ ວສລ, ຮອງຜູ້ອຳນວຍການໃຫຍ່ ວສລ, ສະຫາຍ ວຽງວັດທະນາ ຊະນະພານ, ຮອງຜູ້ອຳນວຍການໃຫຍ່, ປະທານໜ່ວຍກໍາມະບານຮາກຖານ ວສລ, ພ້ອມດ້ວຍສະມາຊິກກຳມະບານ ວສລ ເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບຄືນຜົນງານ ແລະ ການເຄື່ອນໄຫວວຽກ ງານກຳມະບານຂອງໜ່ວຍກຳມະບານ ວສລ ໃນໄລຍະ 5 ປີຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງໃນຕໍ່ຫນ້າ, ພ້ອມນີ້ ກອງປະຊຸມໄດ້ວາງທິດທາງແຜນການເຄື່ອນໄຫວວຽກງານ 5 ປີຕໍ່ຫນ້າຕື່ມອີກ.
ກອງປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານໜ່ວຍກຳມະບານຮາກຖານ ວສລຊຸດໃໝ່ ເຊິ່ງມີຜູ້ລົງສະຫມັກ 9 ສະຫາຍ, ເລືອກເອົາ 7 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານຫນ່ວຍກຳມະບານຮາກຖານ ວສລ ຊຸດໃໝ່ ເຫັນດີເລືອກເອົາ ສະຫາຍ ໂອລຳ ຈັນທະວິໄລ ເປັນປະທານ, ສະຫາຍ ພູໂຂງ ກາລະເດດມູນສອນ ເປັນຮອງປະທານ, ທັງເປັນປະທານກວດກາ ແລະ ສະຫາຍ ອາດິສັກ ສັກສີ ດາວົງ, ເປັນຮອງປະທານ. ສະຫາຍ ທອງດີ ທໍາມະວົງສາ, ສະຫາຍ ນາງ ພຽນທອງ ກ່ານແກ້ວ ແລະ ສະຫາຍ ບຸນຍັງ ພຸດສະຫວັດ ເປັນຄະນະ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງຈາກ ສະຫາຍ ຄຳຫຼ້າ ຍອຍສາຍຄຳ ເຊິ່ງໄດ້ເນັ້ນໃຫ້ສະມາຊິກກຳມະບານ ວສລ ສຸມໃສ່ຫລາຍວຽກງານສໍາຄັນ ໂດຍສະເພາະຫຼັກງານ 5 ເປັນເຈົ້າຂອງກຳມະບານຢ່າງເຂັ້ມງວດ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ ເພື່ອໃຫ້ໜ່ວຍກຳມະ ບານ ວສລ ນັບມື້ກ້າວໜ້າ ແລະ ນັບມື້ມີຜົນງານພົ້ໜເດັ່ນຂຶ້ນໄປເທື່ອລະກ້າວ.