ກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນອົງຄະນະພັກເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 - 21 ກຸມພາ 2025 ຢູ່ສະໂມສອນເມືອງ ໂດຍການໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ.
ກອງປະຊູມ, ໄດ້ຜ່ານຮ່າງລາຍງານການເມືອງທັງສອງພາກ ໂດຍຕີລາຄາໝາກຜົນການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງອົງຄະນະພັກເມືອງໃນ 5 ປີຜ່ານມາ ພ້ອມທັງຜ່ານທິດທາງແຜນ ການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາແຕ່ນີ້ ຫາ ປີ 2029; ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ VIII (2020 – 2024).
ນອກນີ້ ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງຄະນະພັກຮາກຖານບ້ານ, ຕົວແບບກຸ່ມການຜະລິດສິນ ຄ້າ ແລະ ຄອບຄົວຕົວແບບການຜະລິດກະສິກຳ; ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງຕະຫຼອດໄລຍະ 5 ປີຜ່ານມາ. ຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອເປັນຫຼັກແຫຼ່ງແກ່ນສານນໍາພາ - ຊີ້ນໍສວຽກງານໃນຕໍ່ໜ້າ.
ຜົນການເລືອກຕັ້ງຄະນະບໍລິຫານງານພັກເມືອງປາກຊ່ອງ ສະໄໝທີ IX, ມີ 27 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກຕັ້ງຄະນະປະຈຳພັກເມືອງ 9 ສະຫາຍ, ຍິງ 1 ສສະຫາຍ. ກອງປະຊຸມໄດ້ປະຊາມະຕິເປັນເອກະສັນຮັບຮອງເອົາສະຫາຍ ບຸນລິດ ເທບບຸນສູງ ເປັນເລຂາຄະນະບໍລິຫານງານພັກເມືອງປາກຊ່ອງ ສະໄໝທີ IX, ສະຫາຍ ຄໍາຂອດ ໝື່ນຫຼວງ ແລະ ສະຫາຍ ແສງເດືອນ ສົມສະຫວັນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ.
ເລືອກຕັ້ງເອົາ ສະຫາຍ ບຸນລຽບ ແກ້ວວົງສາ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ໂກສະກິນ ບຸນທອງໄຊ ແລະ ສະຫາຍ ນາງ ບົວສອນ ແສງສະຫວ່າງ ເປັນຮອງປະທານຄະນະກວດກາພັກເມືອງ..
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ IX, ໃນນັ້ນ, ຜູ້ແທນສົມບູນ ຈໍານວນ 22 ສະຫາຍ, ຍິງ 4 ສະຫາຍ, ຜູ້ແທນສໍາຮອງ 3 ສະຫາຍ.
ຕອນທ້າຍກອງປະຊຸຸມສະຫາຍ ອາລຸນໄຊ ສູນນະລາດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ






