ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ງາ ແຂວງອຸດົມໄຊ ຄັ້ງທີ XII.

Feb 28, 2025

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງ ງາ ແຂວງ ອຸດົມໄຊ ຄັ້ງທີ XII ໄດ້ສຳເລັດໃນຕອນເຊົ້າຂອງວັນທີ 28 ກຸມພາ 2025 ນີ້ ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງຄານ ວັດສະດາກອນ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້້າເມືອງໆງາ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກຳມະການສຳຮອງ ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ, ມີສະຫາຍ ຄຳເຜີຍ ງອນວັນຄຳ ກຳມະການປະຈຳພັກແຂວງ,ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາເມືອງງາ, ມີຄະນະຈັດຕັ້ງແຂວງ, ປະທານກວດກາພັກ-ລັດແຂວງ, ບັນດາສະຫາຍຄະນະຮັບຜິດຊອບຂັ້ນແຂວງ, ບັນດາສະຫາຍຄະນະບໍລິຫານງານພັກເມືອງ, ຜູ້ແທນກອງປະຊຸມໃຫຍ່ເຊິ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວເມືອງຈຳນວນ 1, 634 ສະຫາຍ, ຍິງ 405 ສະຫາຍ ມີບັນດາສະຫາຍຕາງໜ້າຄະນະບໍລິຫານງານພັກເມືອງທີ່ມາຈາກບັນດາເມືອງ, ບັນດາພະແນກການ, ບັນດາສະຫາຍຜູ້ແທນ, ແຂກເຊີນ, ພະນັກງານນັກປະຕິວັດຜູ້ອາວຸໂສ, ອາດິດການນໍາ, ຜູ້ຊົງຄຸນວຸດທິ, ຄອບຄົວຕົວແບບພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງງາ ອົງຄະນະພັກທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າໄດ້ເປັນເຈົ້າການແຂ່ງຂັນກັນສ້າງຜົນງານ, ປະຕິບັດໜ້າທີ່ການເມືອງ, ວິຊາສະເພາະຂອງຕົນ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຊຸກຍູ້ສົ່ງເສີມການຜະລິດໃຫ້ກາຍເປັນສິນຄ້າ, ພື້ນຖານໂຄງລ່າງ ພາຍໃນເມືອງໄດ້ຮັບການປັບປຸງຟື້ນຟູດີຂຶ້ນ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 3.9 % ຕໍ່ປີ, ລວມຍອດຜະລິດຕະພັນ ພາຍໃນບັນລຸ 397.8 ຕື້ກວ່າກີບ, ສະເລ່ຍລາຍຮັບ ຕໍ່ຫົວ ຄົນໄດ້ 10,83 ລ້ານກີບຕໍ່/ຄົນ/ປີ, ການກໍ່ສ້າງພັກແມ່ນປະຕິບັດຕາມ 5 ຫຼັກການ 3 ທິດນໍາ ແນ່ໃສ່ ຮັບປະກັນການປັບປຸງປົວແປງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຸບັນທົ່ວເມືອງມີ 112 ຮາກຖານພັກ, ມີ 10 ຄະນະພັກຮາກຖານ, ມີ 102 ໜ່ວຍພັກ, ມີສະມາຊິກພັກ 1,634 ສະຫາຍ, ຍິງ 405 ສະຫາຍ, ມີໜ່ວຍພັກໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 89 ໜ່ວຍພັກປະຕິບັດໄດ້ 87.25% ທຽບໃສ່ແຜນ ເພີ້ມຂຶ້ນ 55 ໜ່ວຍພັກ. ບໍາລຸງກໍ່ສ້າງ ພະນັກງານສືບທອດປ່ຽນແທນ ຈຳນວນ 143 ສະຫາຍ, ຍິງ 36 ສະຫາຍ, ເຕົ້າໂຮມບ້ານນ້ອຍ ເປັນບ້ານໃຫ່ຍ ຕາມທິດວຽກງານ 3 ສ້າງຕາມ 4 ເນື້ອໃນ 4 ຄາດໝາຍໃນ 02 ກຸ່ມບ້ານຄື: ກຸ່ມບ້ານຫ້ວຍໄລ່ ແລະ ກຸ່ມບ້ານນາຊານ, ທົ່ວເມືອງມີບ້ານພົ້ນທຸກ 13 ບ້ານ ແລະ ບ້ານພັດທະນາ 1 ບ້ານ. ຍົກສູງບົດບາດການນໍາພາຂອງພັກ ,ຖືເອົາຄໍາຕໍາ ໜິຕິຊົມ ຂອງມະຫາຊົນ, ຫາງສຽງສັງຄົມ ທີ່ສ່ອງແສງ ສະທ້ອນຄືນ ໃຫ້ຄະນະບໍລິຫານງານພັກເມືອງແຕ່ລະສະຫາຍເພື່ອນໍາໄປ ພິຈາລະນາປັບປຸງທັດສະນະ ແນວຄິດ ແບບແຜນວິທີເຮັດວຽກວິທີນໍາພາ, ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກ, ໄດ້ຮັບການປັບປຸງແກ້ໄຂດີຂຶ້ນເປັນກ້າວໆ.
ກອງປະຊຸມໄດ້ຮັບຟັງການລາຍງານ, ການປະກອບຄຳຄິດຄຳເຫັນ ຈາກຜູ້ແທນອົງຄະນະພັກ ເມືອງງາ, ຕາງໜ້າຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບ້ານຕົວແບບດ້ານຕ່າງທີາຜົ້ນເດັ່ນພາຍໃນເມືອງ, ຈາກນັ້ນຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງ ສະໄໝທີ XII ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 29 ສະຫາຍ, ຍິງ 05ສະຫາຍ ແລະ ເລືອກເອົາ 25 ສະຫາຍ, ຍິງ 04 ສະຫາຍ, ກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ທອງຄານ ວັດສະດາກອນ ເປັນເລຂາພັກເມືອງ, ສະຫາຍ ວຽງໄຊ ຄຳພະຈັນ ເປັນຮອງເລຂາພັກເມືອງ,ສະຫາຍ ບຸນທີ ໄຊຍະວົງ ເປັນຮອງເລຂາພັກເມືອງກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາ ສະຫາຍ ບຸນໂລຍ ຈິນທະລາ ເປັນປະທານກວດກາພັກ. ສະຫາຍ ເຊັ່ງຖໍ່ ສີດາວເພັດ ເປັນຮອງປະທານກວດກາພັກ. ສະຫາຍ ມີໄຊ ໄລຍະກອນ ເປັນຮອງປະທານກວດກາພັກ ແລະ ປ່ອນບັດເລືອກຕັ້ງເອົາ ຜູ້ແທນສົມບູນມີ: 22 ສະຫາຍ, ຍິງ: 4 ສະຫາຍ, ສຳຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກແຂວງ.
ຕອນທ້າຍຂອງກອງປະຊຸມ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ ໄດ້ມີຄຳເຫັນໂອ້ລົມ ເປັນທິດທາງ ໃຫ້ແກ່ຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ໃນການຈັດຕັ້ງປະຕິບັດ ເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງງາ ຄັ້ງທີ XII ເດີນຕາມແນວທາງຂອງພັກວ່າງອອກນັ້ນ, ຄະນະຊຸດໃໝ່ຕ້ອງຄົ້ນຄວ້າ,ເຊື່ອມຊຶມ, ຜັນຂະຫຍາຍບັນດາຄາດໝາຍ, ແຜນຈຸດສຸມ, ແຜນພັດທະນາຂອງເມືອງດ້ວຍຄວາມຮັບຜິດຊອບສູງ ເພື່ອນຳເອົາຜົນປະໂຫຍດ, ຄວາມຮັ່ງມີພາສຸກມາໃຫ້ປະຊາຊົນບັນດາເຜົ່າໃນທົ່ວເມືອງ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.