ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍວັນທີ 9 ກັນຍາ 2025 ພາຍຫລັງດຳເນີນມາເປັນເວລາໜຶ່ງວັນ ໂດຍການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍສະມາຊິກພັກອາວຸໂສ ແລະ ບັນດາສະມາຊິກພັກສົມບູນທົ່ວອົງຄະນະພັກ ຄຕພ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ເປັນເອກກະພາບ ກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກ ສະໄໝທີ II ພ້ອມດ້ວຍ ແຜນພັດທະນາຄະນະພົວພັນຕ່າງປະເທດສູນກາງພັກ ໄລຍະ ປີ 2025-2029, ພ້ອມຕີລາຄາເລິກເຊິ່ງຢ່າງກົງໄປກົງມາ ຕໍ່ການຈັດຕັ້ງປະຕິບັດ ບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ເຊິ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ, ຍົກລະດັບປະສິດທິພາບ ໃນການຈັດຕັ້ງປະຕິບັດວຽກງານຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ສາມາດເຮັດສຳເລັດ ໜ້າທີ່ການເມືອງຂອງຕົນໃນຊຸມປີຕໍ່ໜ້າ, ທັງຮັບປະກັນໃນການເປັນເສນາທິການວຽກງານຕ່າງປະເທດ ໃຫ້ສູນກາງພັກຢ່າງໜັກແໜ້ນ.

ອົງຄະນະພັກຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄຕພ ເຂົ້າໃນວຽກງານຕົວຈິງຢ່າງຕັ້ງໜ້າ ເຮັດໃຫ້ ຄຕພ ມີການພັດທະນາໜັກແໜ້ນຂຶ້ນເປັນກ້າວໆ, ເຮັດສໍາເລັດໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ, ການພົວພັນຮ່ວມມືກັບພັກອ້າຍນ້ອງ ເພື່ອນມິດຍຸດທະສາດ ໄດ້ຮັບການເພີ່ມທະວີ ແລະ ຫັນເຂົ້າສູ່ລວງເລິກ, ການພົວພັນກັບພັກການເມືອງອື່ນໆ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍສືບຕໍ່ເປີດກວ້າງ, ວຽກງານການທູດປະຊາຊົນຂອງພັກ ກໍໄດ້ຮັບການຍູ້ແຮງ ແລະ ສືບຕໍ່ເສີມຂະຫຍາຍ, ປະກອບສ່ວນສໍາຄັນເຂົ້າໃນການສ້າງສະພາບແວດລ້ອມອັນອໍານວຍ ແລະ ນໍາເອົາຜົນປະໂຫຍດຕົວຈິງນັບມື້ນັບຫລາຍຂຶ້ນ ມາໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດກ້າວສູ່ຈຸດໝາຍສັງຄົມນິຍົມ.
ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຄະນະພົວພັນຕ່າງປະເທດສູນກາງພັກ ຊຸດທີ III ບົນພື້ນຖານຫລັກການລວມສູນປະຊາ ທິປະໄຕ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ ທັງໝົດ 9 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ 7 ສະຫາຍ, ຍິງ 1 ສະຫາຍ. ໃນນີ້, ກອງປະຊຸມຄັ້ງປະຖົມມະລືກ ໄດ້ຮັບຮອງເອົາ ສະຫາຍ ບຸນເຫລືອ ພັນດານຸວົງ ເປັນເລຂາຄະນະບໍລິຫານງານພັກ; ສະຫາຍ ວາລະໄຊ ເລັ່ງສະຫວັດ ເປັນຮອງເລຂາຄະນະພັກ, ທັງເປັນປະທານກວດກາພັກ; ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ ເປັນຮອງປະທານກວດກາ.

ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນຳພາ-ຊີ້ນຳຂອງບັນດາສະຫາຍຄະນະບໍລິຫານງານພັກ ໃນການປະຕິບັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍາດໄດ້ຜົນສຳເລັດໃນຫລາຍດ້ານ. ພ້ອມກັນນີ້, ຍັງໄດ້ຊີ້ນໍາໃຫ້ສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃນແຕ່ລະດ້ານ ແລະ ຮຽກຮ້ອງໃຫ້ຄະນະບໍລິຫານງານພັກຊຸດໃໝ່ ສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຈະຕ້ອງໄດ້ສູ້ຊົນນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານພົວພັນຕ່າງປະເທດ ຂອງພັກ ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.
ຂ່າວ: ຄຕພ


