ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງທ່າແຂກ ແຂວງຄໍາມ່ວນ ຄັ້ງທີ X ໄດ້ສໍາເລັດໃນວັນທີ 22 ກຸມພາຜ່ານມາ ທີ່ສະໂມສອນຂອງແຂວງ (ຫຼັກ 4) ໂດຍການເປັນປະທານຂອງສະຫາຍ ແກ້ວວິໄລ ໄຊຍະບຸດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີແຂກຖືກເຊີນ ຕະຫຼອດເຖິງຜູ້ແທນສົມບູນ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງທ່າແຂກທັງໝົດ 3,273 ສະຫາຍ.
ໃນທີ່ປະຊຸມ, ສະຫາຍ ເລຂາຄະນະບໍລິຫານງານພັກ ເມືອງທ່າແຂກໄດ້ຕາງໜ້າໃຫ້ແກ່ຄະນະພັກຊຸດເກົ່າຂຶ້ນກ່າວລາໜ້າທີ່. ຈາກນັ້ນ, ສະຫາຍ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານມາດຖານເງື່ອນໄຂ ຜູ້ອອກຮັບສະໝັກເລືອກຕັ້ງຄະນະພັກຊຸດໃໝ່ ແລະ ຜ່ານມະຕິຕົກລົງລາຍຊື່ບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງຄະນະພັກຊຸດໃໝ່. ໃນນັ້ນ ມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 32 ສະຫາຍ ຍິງ 7 ສະຫາຍ, ເລືອກເອົາຄະນະບໍລິຫານງານພັກເມືອງທ່າແຂກຊຸດໃໝ່ຈໍານວນ 27 ສະຫາຍ ຍິງ 6 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເລືອກເອົາຄະນະປະຈໍາພັກເມືອງ ຈໍານວນ 9 ສະຫາຍ ພ້ອມທັງເລືອກເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານ ແລະ ຮອງປະທານຄະນະກວດກາພັກເມືອງ. ຊຶ່ງກອງປະຊຸມໄດ້ເປັນເອກະພາບເລືອກເອົາສະຫາຍ ແກ້ວວິໄລ ໄຊຍະບຸດ ເປັນເລຂາຄະນະບໍລິຫານງານພັກເມືອງຊຸດໃໝ່, ສະຫາຍ ສອນມະນີ ສຸລິຍາເດດ ແລະ ສະຫາຍ ສັກດາ ແກ້ວມະນີໄຊ ເປັນຮອງເລຂາ, ເລືອກເອົາສະຫາຍ ອາລຸນ ຈັນທະວົງ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ນາງ ໄກ່ແກ້ວ ຜິວພັນ ແລະ ສະຫາຍ ຄໍາຫຼ້າ ຍົມບຸນມາ ເປັນຮອງປະທານ. ພ້ອມນີ້ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນຈໍານວນ 23 ສະຫາຍ ຍິງ 5 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ ຍິງ 1 ສະຫາຍເພື່ອໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງຄຳມ່ວນ ສະໄໝທີ XI.
ໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ເນັ້ນໜັກມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍຈົ່ງໄດ້ເຊີດຊູຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ. ພາຍຫຼັງທີ່ໄດ້ສຳເລັດກອງປະຊຸມໃນຄັ້ງນີ້ ແມ່ນໃຫ້ຄົ້ນຄວ້າແບ່ງຄວາມຮັບຜິດຊອບ ເພື່ອຊີ້ນໍາໃນແຕ່ລະຂົງເຂດວຽກງານໃຫ້ຈະແຈ້ງ ດ້ວຍຄວາມຮັບຜິດຊອບ ແລະ ຄວາມເສຍສະຫຼະສູງ ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມ ນຳໄປເຜີຍແຜ່ເຊື່ອມຊຶມໃຫ້ປະຊາຊົນໄດ້ຮັບຮູ້ ແລະ ໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມໃນທຸກໆຂະບວນການ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ໃຫ້ມີຄວາມຈົງຮັກພັກດີ, ມີຄວາມປອດໃສ ແລະ ສູ້ຊົນປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດ, ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນຂອງເມືອງ ພ້ອມທັງນໍາໃຊ້ໃຫ້ເກີດປະສິດທິພາບ, ປະສິດທິຜົນສູງສຸດ ແລະ ວຽກງານອື່ນໆ ກໍມີຜົນສໍາເລັດ.
ຂ່າວ-ພາບ : ແດງສະຫວັດ ແສນພານິດ





