ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດການປະກວດໂລໂກ້ ສະເຫຼີມສະຫຼອງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຄົບຮອບ 10 ປີ

Nov 1, 2024

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດພິທີມອບລາງວັນການປະກວດໂລໂກ້ ສະເຫຼີມສະຫຼອງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຄົບຮອບ 10 ປີຂື້ນໃນວັນທີ 31 ຕຸລາ 2024, ພາຍໃນງານໃຫ້ກຽດຂື້ນມອບໃບກຽດຕິຄຸນໂດຍ ທ່ານ ນາງ ຫຼີ​ ຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໃຫ້ແກ່ ທ່ານ ສັນໄຊ ດວງ ຈັນທາ ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ການປະກວດໂລໂກ້ ສະເຫຼີມສະຫຼອງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຄົບຮອບ 10 ປີ ພ້ອມດວ້ຍຕົວແທນຜູ້ໄດ້ຮັບລາງວັນດີເດັ່ນ 3 ທ່ານ.​
ວັນທີ 3 ພະຈິກ 2024 ແມ່ນວັນສ້າງຕັ້ງສູນວັດທະນະທໍາຈີນ ຄົບຮອບ 10 ປີ. ໃນໄລຍະເດືອນກໍລະກົດ ເຖິງເດືອນ ກັນຍາທີ່ຜ່ານມາ ສູນວັດທະນະທໍາຈີນໄດ້ມີການຈັດການປະກວດໂລໂກ້ ສະເຫຼີມສະຫຼອງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຄົບ ຮອບ 10 ປີຂື້ນ, ເຊິ່ງຜົນງານຂອງທ່ານ ສັນໄຊ ດວງຈັນທາ ໄດ້ຮັບລາງວັນຊະນະເລີດ ແລະ ຜົນງານຂອງລາວຈະຖືກນໍາໃຊ້ເຂົ້າໃນການໂຄສະນາເຜີຍແຜ່ໃນກິດຈະກໍາສະ ເຫຼີມສະຫຼອງຄົບຮອບ 10 ປີຂອງສູນ.
ຂ່າວຈາກ: ສູນວັດທະນະທໍາຈີນປະຈໍາລາວ
อาจเป็นรูปภาพของ 5 คน และ ข้อความ