ພິທີປິດຊຸດຝຶກອົບຮົມການຟ້ອນຈີນ ຈັດຂຶ້ນໃນວັນທີ 15 ພະຈິກ 2024 ຜ່ານມາທີ່ໂຮງຮຽນສິລະປະແຫ່ງຊາດ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດ, ທ່ານ ນາງ ມະນີພັນ ຫລວງສີສົງຄາມ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຈູ່ຊິ້ວຊຸ່ນ ເລຂາຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍນ້ອງນັກຮຽນ ແລະ ຄູອາຈານເຂົ້າຮ່ວມ.
ການຈັດຊຸດຝຶກອົບຮົມການຟ້ອນຈີນ ຄັ້ງນີ້, ໄດ້ດໍາເນີນມາເປັນເວລາ 7 ວັນ, ໃນໄລຍະຜ່ານມາ ຝ່າຍຈີນ ໄດ້ຊ່ວຍເຫລືອໂດຍເຊື້ອເຊີນເອົານັກວິຊາການຟ້ອນຈາກ ສປ ຈີນ ມາສິດສອນຖ່າຍທອດ ການຝຶກແອບ, ຮູບແບບເຕັກນິກທ່າຟ້ອນຂອງຈີນ ໃຫ້ແກ່ກັບນັກຮຽນ-ຄູອາຈານ ຂອງວິທະຍາໄລສິລະປະແຫ່ງຊາດ ຈໍານວນ 20 ກວ່າຄົນ; ໄດ້ຖ່າຍທອດ ແລະ ຝຶກແອບການຟ້ອນຈີນ ປະກອບມີ 2 ບົດຄື: ບົດຟ້ອນອິນລົວຊົນເຜົ່າມົ້ງ ແລະ ບົດຟ້ອນສາຍລົມຊົນເຜົ່າມົ້ງ ເປັນບົດຟ້ອນທີ່ມີຊື່ສຽງຂອງປະເທດຈີນ. ຂະນະດຽວກັນ, ຝ່າຍຈີນ ຍັງໄດ້ຖ່າຍທອດ ວິທີ ແລະ ທັກສະການຮ້ອງເພງ ໃຫ້ນັກຮຽນ ແລະ ຄູອາຈານຂອງຝ່າຍລາວ ຕື່ມດ້ວຍ.





