ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດການອົບຮົມກຽມພ້ອມຮັບໃຊ້ການປັບປ່ຽນທິດທາງການສັນຈອນໃນ 9 ເສັ້ນທາງຢູ່ນະຄອນຫລວງວຽງຈັນ

Apr 8, 2024

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ ນວ) ສໍາເລັດການຝຶກອົບຮົມໃຫ້ເຈົ້າໜ້າທີ່ຈະລາຈອນ ຜູ້ທີ່ປະຕິບັດວຽກງານຕົວຈິງຢູ່ 3 ເມືອງ ຄື: ເມືອງສີສັດຕະນາກ, ສີໂຄດຕະບອງ ແລະ ຈັນທະບູລີ ໃນວັນທີ 5 ເມສານີ້ ທີ່ນະ ຄອນຫລວງວຽງຈັນ ເພື່ອກະກຽມຄວາມພ້ອມໃນການປັບປ່ຽນທິດທາງການສັນຈອນ 9 ເສັ້ນທາງທີ່ນອນຢູ່ 3 ເມືອງດັ່ງກ່າວເຊິ່ງພາຍໃຕ້ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ ໂດຍ ການເປັນປະທານຂອງ ທ່ານ ບຸນຍະວັດ ນີຣະໄຊຍ໌, ຫົວໜ້າພະແນກ ຍທຂ ນວ ແລະ ພັນເອກ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ.
ທ່ານ ບຸນຍະວັດ ນີຣະໄຊຍ໌ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ຈັດຂຶ້ນເພື່ອແນໃສ່ໃຫ້ເຈົ້າໜ້າທີ່ທຸກຄົນເຂົ້າໃຈເນື້ອໃນ, ມີຄວາມເປັນເອກະພາບກ່ຽວກັບຮູບແບບ, ວິທີການ ແລະ ຂັ້ນຕອນການຈັດຕັ້ງປະຕິບັດການປ່ຽນທິດທາງການສັນຈອນ ຕາມແຈ້ງການຂອງທ່ານເຈົ້າຄອງ ນວ ໃຫ້ມີປະສິດທິຜົນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ, ການນໍາສະເໜີແຜນຄຸ້ມຄອງການສັນຈອນ ແລະ ຄາດໝາຍຈັດຕັ້ງປະຕິບັດໃນຕໍ່ໜ້າ. ການຝຶກອົບຮົມຄັ້ງນີ້ ເປັນຂີດໝາຍອັນສຳຄັນທີ່ສຸດເພື່ອກະກຽມປັບປ່ຽນລະບົບການຈະລາຈອນຄືນໃໝ່ ແລະ ກຽມພ້ອມສຳລັບການປ່ຽນໂສມໜ້າໃໝ່ຂອງນະຄອນຫລວງວຽງຈັນ. ພາຍຫຼັງການຝຶກອົບຮົມແລ້ວເຈົ້າໜ້າທີ່ທຸກສະຫາຍທີ່ເຂົ້າຮ່ວມຕ້ອງເຂົ້າໃຈດ້ວຍຄວາມເປັນເອກະພາບ ສາມາດອະທິບາຍໃຫ້ຄອບຄົວ ແລະ ສັງຄົມຮັບຮູ້ໄດ້ຢ່າງຖືກຕ້ອງ ບໍ່ໃຫ້ມີຫາງສຽງຈົ່ມວ່າຂອງປະຊາຊົນ.
ພ້ອມດຽວກັນນີ້ ຈະນຳເອົາມະຕິຜົນກອງປະຊຸມຝຶກອົບຮົມຄັ້ງນີ້ລາຍງານ ແລະ ຂໍທິດຊີ້ນໍຈາກຂັ້ນເທິງ ເພື່ອຜັນຂະຫຍາຍເປັນແຈ້ງການ ແລະ ມະຕິຄຳສັ່ງແຕ່ລະໄລຍະ.
ພັນເອກ ແກ້ວມາລາ ແສງທອງ ກ່າວວ່າ: ປັດຈຸບັນການສັນຈອນໃນຕົວເມືອງ ມີຄວາມແອອັດ ຊຶ່ງການປັບປ່ຽນການສັນຈອນໃນເບື້ອງຕົ້ນມີຄວາມຫຍຸ້ງຍາກ ໂດຍສະເພາະການລະດົມແນວຄິດໃນການຂັບຂີ່ຕາມເສັ້ນທາງທີ່ປັບປ່ຽນທີ່ບໍ່ແມ່ນເລື່ອງງ່າຍ ແຕ່ແນວໃດກໍຕາມມັນຄືໜ້າທີ່ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ຈະລາຈອນທີ່ຕ້ອງໄດ້ສຸມໃສ່ເພື່ອເຮັດໃຫ້ຜູ້ຂັບຂີ່ເຂົ້າໃຈ ທັງເຮັດໃຫ້ການສັນຈອນຮັບປະກັນໄດ້ຄວາມໂລ່ງລຽນ ປອດໄພ ເປັນລະບຽບຮຽບຮ້ອຍ ຫຼຸດຜ່ອນຄວາມແອອັດ ແລະ ຫຼຸດຜ່ອນການເກີດອຸບັດເຫດຕາມທ້ອງຖະໜົນ.
ສໍາລັບ 9 ເສັ້ນທາງທີ່ມີການປ່ຽນແປງທິດທາງສັນຈອນໃໝ່ ລວມມີ:
– ເສັ້ນທາງແຄມຂອງ ຈາກ ສີ່ແຍກປາກປ່າສັກ ຮອດ ທາດຂາວ
– ຖະໜົນເຈົ້າຟ້າງຸ່ມ ຈາກ ສີ່ແຍກປາກປ່າສັກ ຮອດ ທາດຂາວ
– ຖະໜົນສີຖານ ຈາກ ຖະໜົນເສດຖາທິຣາດ ຮອດ ສີ່ແຍກປາກປ່າສັກ
– ຖະໜົນຂຸນບູລົມ ຈາກ ວົງວຽນແຄມຂອງ ຮອດ ຖະໜົນສາມແສນໄທ
– ຖະໜົນເຈົ້າອານຸ ຈາກ ຖະໜົນຂຸນບູລົມ ຮອດ ເຈົ້າຟ້າງຸ່ມ
– ຖະໜົນຟຣານຊິສອິນ ຈາກ ເຈົ້າຟ້າງຸ່ມ ຮອດ ຖະໜົນເສດຖາທິຣາດ
– ຖະໜົນໜໍ່ແກ້ວຂຸນແມນ ຈາກ ເຈົ້າຟ້າງຸ່ມ ຮອດ ຖະໜົນເສດຖາທິຣາດ
– ຖະໜົມແມ່ນທາທຸຣາດ ຈາກ ເຈົ້າຟ້າງຸ່ມ ຮອດ ຖະໜົນເສດຖາທິຣາດ
– ຖະໜົນຕໍ່ໜ້າສະຖານທູດຝຣັ່ງ ຈາກ ຖະໜົນເສດຖາທິຣາດ ຮອດ ຖະໜົນຄູວຽງ