ສໍາເລັດກິດຈະກຳທ່ຽວຊົມປະເທດຈີນ ພາຍໃຕ້ຫົວຂໍ້“ ຊອກຮູ້ອູຮັ້ນ ຫລື China Walk Discover Wu Han ”

ສື່ມວນຊົນຈາກ 5 ປະເທດຄື: ລາວ, ຫວຽດນາມ, ໄທ, ອິນໂດເນເຊຍ ແລະຕຸຣາເຄັຍ ໄດ້ສໍາເລັດການເຂົ້າຮ່ວມກິດຈະກຳທ່ຽວຊົມປະເທດຈີນ ພາຍໃຕ້ຫົວຂໍ້“ ຊອກຮູ້ອູຮັ້ນ ຫລື China Walk Discover WuHan ” ກ້າວສູ່ຄວາມທັນສະໄໝຮ່ວມກັນ ລະຫວ່າງວັນທີ 6-15 ພຶດສະພານີ້ ທີ່ນະຄອນອູຮັ້ນ ແຂວງຫູເປີຍຂອງຈີນ. ກິດຈະກຳຄັ້ງນີ້ຈັດຂື້ນໂດຍສູນອາຊີ-ອາຟຣິກາຂອງວິທະຍຸໂທ ລະພາບສູນກາງຈີນ ຫລືCMG ແລະ ຄະນະໂຄສະນາອົບຮົມນະຄອນອູຮັ້ນ ສປ ຈີນ.
ທ່ານ ຈິນດາວົງ ໄຊຍະສິນ ທີ່ປຶກສາດ້ານການສຶກສາ ແລະ ວັດທະນະທຳຂອງສະຖານທູດລາວປະ ຈຳຈີນ ໃຫ້ສໍາພາດວ່າ: ກິດຈະກຳນີ້ຊ່ວຍຊຸກຍູ້ໃຫ້ສື່ມວນຊົນລາວ ແລະຈີນກໍ່ຄືບັນດາປະເທດທີ່ເຂົ້າຮ່ວມໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ທັນສະໄໝໃນຂົງເຂດສື່ມວນຊົນຮ່ວມກັນ ເພື່ອສ້າງພື້ນຖານທີ່ເຂັ້ມແຂງໃຫ້ແກ່ການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ຈີນໃຫ້ ແໜ້ນແຟ້ນຍິ່ງຂື້ນ ເນື່ອງຈາກພາຍຫລັງສໍາເລັດກິດຈະກຳຄັ້ງນີ້ສື່ມວນຊົນລາວໄດ້ນໍາສະເໜີສະພາບການພັດທະນາດ້ານຕ່າງໆຂອງນະຄອນອູຮັ້ນຜ່ານສື່ຂອງຕົນໃຫ້ປະຊາຊົນລາວໄດ້ຮັບຮູ້ຢ່າງກວ້າງຂວາງ ເປັນຕົ້ນສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນ, ຄວາມທັນສະໄໝດ້ານເຕັກໂນໂລຊີ, ການນໍາໃຊ້ປັນຍາປະ ດິດ ຫລື AI ເຂົ້າໃນຂະແໜງອຸດສະຫະກໍາ ແລະການສຶກສາ ລວມເຖິງການຈັດສັນດ້ານລະບົບນິເວດຢ່າງເປັນລະບົບ ເພື່ອຮັກສາສະພາບແວດລ້ອມໃຫ້ມີຄວາມຍືນຍົງ.
ໃນກິດຈະກໍາຄັ້ງນີ້ ສື່ມວນຊົນຈາກ 5 ປະເທດ ຍັງໄດ້ຮ່ວມກັນຖ່າຍທຳລາຍການ “ທ່ຽວຊົມປະເທດຈີນຊອກຮູ້ອູຮັ້ນ” ເພື່ອເຜີຍແຜ່ຜ່ານສື່ຕ່າງໆ ແນໃສ່ສ້າງຄວາມເຂົ້າໃຈ ແລະ ຮັບຮູ້ເຖິງຄວາມທັນສະ ໄໝຂອງຈີນ ກໍ່ຄືນະຄອນອູຮັ້ນຫລາຍຂື້ນ. ອູຮັ້ນເປັນຕົວເມືອງທີ່ມີຊື່ສຽງດ້ານປະຫວັດສາດ ແລະວັດທະນະທຳ, ປະກອບມີ 13 ເມືອງ, ມີເຂດພັດທະນາລະດັບຊາດ 3 ແຫ່ງ, ປະຊາກອນຫລາຍກວ່າ13.800.000 ຄົນ, ປີ 2024 ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງນະຄອນອູຮັ້ນບັນລຸ 2,110 ຕື້ 623 ລ້ານຢວນ, ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ປີ 2023.
ຂ່າວ-ພາບ : ຈັນທະສອນ ສີຫານາດ






