ມາຮອດປັດຈຸບັນ, ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ-ສີເກີດ, ນະຄອນຫລວງວຽງຈັນ ມີຄວາມຍາວ 6 ກວ່າກິໂລແມັດ ໂດຍລວມສຳເລັດແລ້ວ 80%.
ທ່ານ ດາລາວຽງ ຈັນທະລັງສີ, ຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 13 ທັນວາ 2024 ວ່າ: ປັດຈຸບັນ, ການສ້າງຫ້ອງນໍ້າແຄມທາງສໍາເລັດແລ້ວ 100%, ເທເບຕົງໜ້າທາງ ສໍາເລັດ 65% ແລະ ພວມສືບຕໍ່ເທເບຕົ່ງໜ້າທາງຢ່າງຕໍ່ເນື່ອງ ໂດຍສາມາດເທໄດ້ 1,4 ກິໂລແມັດຕໍ່ອາທິດ (ເຮັດທັງເວັນ ແລະ ຄືນ). ສ່ວນການວາງລະບົບດອນກາງ ແລະ ເສົາໄຟເຍືອງທາງໂດຍໃຊ້ໂຊລາເຊວ ສໍາເລັດແລ້ວປະມານ 40%.
ສໍາລັບການເທເບຕົງໜ້າທາງຈະໃຫ້ສໍາເລັດ 100% ພາຍໃນເດືອນມັງກອນ 2025, ຈາກນັ້ນ ຈະໃຫ້ສໍາເລັດໜ້າວຽກຕ່າງໆ ໃນທ້າຍເດືອນກຸມພາ, ກ່ອນມີພິທີມອບ-ຮັບໂຄງການຢ່າງເປັນທາງການໃນທ້າຍເດືອນມີນາ 2025.
ສ່ວນຄວາມຫຍຸ້ງຍາກໃນການປັບປຸງ ແລະ ກໍ່ສ້າງເສັ້ນທາງດັ່ງກ່າວໃນປັດຈຸບັນ ແມ່ນບັນຫາການສັນຈອນຂອງລົດບັນທຸກຈໍານວນຫລາຍສັນຈອນຜ່ານເສັ້ນທາງນີ້. ສ່ວນຈຸດທີ່ມາຄວາມ ຫຍຸ້ງຍາກຫລາຍກວ່າໝູ່ແມ່ນເຂດໜ້າຕະຫລາດສີໄຄເນື່ອງຈາກມີລົດແອອັດ. ນອກຈາກນີ້ ແມ່ນເສັ້ນທາງຈາກສາມແຍກໜອງໜ້ຽວເບື້ອງຂວາມືເຂົ້າຫາຖະໜົນສີທອງ-ຄິວລົດເມສາຍເໜືອເຊິ່ງມີຄວາມຈໍາເປັນຕ້ອງປິດເສັ້ນທາງກ່ອນໃນນີ້ນັບແຕ່ວັນທີ 11 ທັນວາ ເປັນຕົ້ນມາເພື່ອຄວາມສະດວກໃນການສ້ອມແປງເສັ້ນ ທາງຂອງບໍລິສັດ ຈິ່ງຂໍຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຫຼີກ ລ້ຽງ ໄປນຳໃຊ້ເສັ້ນທາງດົງນາທອງ ແລະ ຖະໜົນພົງຊັບ ຫຼື ເສັ້ນ ທາງອື່ນທົດແທນກ່ອນ ໂດຍຄາດວ່າຈຸດດັ່ງກ່າວຈະໃຊ້ເວລາປະ ມານ 1 ເດືອນຈິ່ງສໍາເລັດ.
ໃນໂອກາດນີ້, ທ່ານໄດ້ຮຽກຮ້ອງມາຍັງສັງຄົມ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນທີ່ຜ່ານເສັ້ນທາງເລກ 13 ເໜືອ ໄລຍະ ທາງແຕ່ ສີໄຄ-ສີເກີດໃນໄລຍະນີ້ໃຫ້ອົດທົນ, ຄ່ອຍໄປຄ່ອຍມາ, ປະຕິບັດ ຕາມການແນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ເຂົ້າໃຈຄວາມຈໍາເປັນຂອງບໍລິສັດຮັບເໝົາກໍສ້າງ ທີ່ມີຄວາມ ຈໍາເປັນຕ້ອງປິດເສັ້ນທາງບາງຈຸດໃນແຕ່ໄລຍະເພື່ອຄວາມສະດວກໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງດັ່ງກ່າວ.






