ພິທີສະເຫຼີມສະຫຼອງ ຜົນສໍາເລັດຂອງການລົບລ້າງພະຍາດຂາຊ້າງ ອອກຈາກສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດຂື້ນເມື່ອວັນທີ 27 ຕຸລາ 2023 ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື,ເປັນກຽດເຂົ້າຮ່ວມມີທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ,ມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ມີຜູ້ຕາງໜ້າກົມອະນາໄມໂລກ,ຜູ້ຕ່າງໜ້າອົງການພັດທະນາສາກົນຕ່າງໆ ,ຄະນະຈາກກະຊວງສາທາລະນະສຸກ 4 ແຂວງພາກໃຕ້ ບັນກາຄູ່ຮວ່ມພັດທະນາທຸກພາກສ່ວນ ພ້ອມດ້ວຍພະນັກງານແພດໝໍ ເຂົ້້າຮ່ວມ.
ໃນພິທີທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ກ່າວຕໍ່ພິທີວ່າ: ພະຍາດຂາຊ້າງ ແມ່ນພະຍາດໜື່ງທີ່ມີບັນຫາທາງດ້ານສາທາລະນະສຸກ ,ໃນປີ 2002 ໃນ ສປປລາວ ມີສະເພາະແຕ່ແຂວງອັດຕະປຶ ສາເຫດການຕິດເຊື້ອແມ່ນມາຈາກຍຸງເປັນພະຫະນະນໍາເຊຶ້ອ ແລະ ເກີດຈາກເຊື້ອກາຝາກໂຕກົມຊື່ງມີລັກສະນະເສັ້ນດ້າຍ, ເຊື້ອກາຝາກອາໃສຢູ່ໃນລະບົບນໍ້າເຫຼືອງ 6-8 ປີ ອາການສ່ວນຫຼາບບໍ່ສະແດງອອກຕ້ອງໃຊ້ເວລາດົນກ່ອນຈະມີອາການສະແດງອອກ ເພາະມັນໄປທໍາລາຍລະບົບນໍ້າຢ່າງເຫຼືອງພາໃຫ້ອະໄວຍະວະສ່ວຮໃດໜຶ່ງຂອງຮ່າງກາຍໃຫ່ຍຜິດປົກກະຕິ,ເຮັດໃຫ້ມີອາການເຈັບປວດ,ພິການແບບຮຸນແຮງ ອາດສົ່ງຜົນໃຫ້ມີການລັງກຽດ ແລະ ເຮັດໃຫ້ມີຄວາມຫຍ້ງຍາກທາງດ້ານເສດຖະກິດທີ່ຕາມມາ, ຕະຫຼອດໄລຍະ 10 ປີ ຜ່ານມາການປ້ອງກັນ ແລະ ຄວຍຄຸມພະຍາດຂາຊ້າງ ໄດ້ຮັບການນໍາພາ-ຊີ້ນໍາ ຈາກການນຳຂັ້ນແຂວງ,ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ສາມາດຮັບມືບໍໃຫ້ພະຍາດຂາຊ້າງ ແຜ່ລາມໄປຫາແຂວງອ້ອມຂ້າງ,ໂດຍການຈັດຕັ້ງກິດຈະກຳການຢາຍຢາ,ລົງຕິດຕາມເປັນປະຈໍາ,ການສໍາຫຼວດເພື່ອປະເມີນ ການສົ່ງເຊື້ອ ແລະ ການໂຄສະນາສຸຂະສືກສາ ໂດຍຜ່ານການກີນຢາປີ່ນປົວທົ່ວປວງຊົນ,ຄຸ້ມຄອງກໍລະນີຕິດເຊື້ອ, ຄວຍຄຸມພະຫະນະນໍາເຊື້ອ ລວມທັງເຝົ້າລະວັງກໍລະນີໃໝ່ທີ່ອາດຈະເກີດຂື້ນ.
ຈຸດປະສົງຂອງການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ແມ່ນເພື້ອ ຢັ້ງຢືນລົບລ້າງພະຍາດຂ້າຊ້າງ ບໍໃຫ້ມີບັນຫາທາງດ້ານສາທາລະນະສຸກ ອອກຈາກ ສປປລາວ ເພື່ອເຮັດໃຫ້ເປົ້າໝາຍໃນການລົບລ້າງພະຍາດຂາຊ້າງໃຫ້ໝົດໄປໃນ ປີ 2023 ທີ່ອົງການອະນາໄມໂລກໄດ້ກຳນົດໄວ້ໃຫ້ບັນລຸຜົນເປັນຈີງ,ໂອກາດດັ່ງກ່າວໃນພິທີສະເຫຼີມສະຫຼອງບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສີລະປະວັນນະຄະດີ,ຮັບຊົມຮູບພາບການເຄື່ອນໄຫວກິດຈະກຳ,ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການຄວບຄຸມພະຍາດຂາຊ້າງ, ເພື່ອເປັນການຊົມເຊີຍຕໍ່ຜົນສຳເລັດ ໃນການລົບລ້າງພະຍາດຂ້າຊ້າງ ອອກຈາກ ສປປ ລາວ ກໍ່ຄືໃນແຂວງ ອັດຕະປຶ ຢ່າງເປັນທາງການ.
ຂ່າວ: ບັງອອນ ສາທາແຂວງອັດຕະປື








