ໃນວັນທີ 19 ມີນາ 2025ນີ້ ໄດ້ຈັດພິທີເປີດນຳໃຊ້ ສູນສົ່ງເສີມການລ້ຽງສັດລາດແສນ ຢ່າງເປັນທາງການ ໂດຍມີ
ທ່ານ ສົມສະໝອນ ຜະລິຈັນ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ, ທ່ານ ດຣ. ຂິຮູນ ຕາງໜ້າ ອົງການ ກອຍກ້າ ປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການລາຍງານ ແຜນກິດຈະກໍາພັດທະນາຊົນນະບົດ ເປັນໂຄງການຮ່ວມມື ລາວ-ເກົາຫລີ ທີ່ໄດ້ຮັບການ ຊ່ວຍເຫລືອຈາກ ປະເທດ ສ ເກົາຫລີ ຈໍານວນທຶນທັງຫມົດ 600.000 ໂດລາສະຫະລັດ, ໂຄງການກໍ່ສ້າງສູນສົ່ງເສີມ ການ ລ້ຽງສັດລາດແສນ ເປັນໂຄງການຫນຶ່ງ ມີຈຸດປະສົງສົ່ງເສີມວຽກ ງານການລ້ຽງງົວໂດຍສະເພາະແມ່ນລະບົບການປະສົມ ພັນທຽມ ເພື່ອນໍາໄປຂະຫຍາຍແລະລ້ຽງໃຫ້ກາຍເປັນສິນຄ້າເພື່ອສົ່ງອອກທັງພາຍໃນ ແລະ ຕ່າງປະເທດ ມີເນື້ອທີ່ທັງໝົດ 18 ເຮັກຕ່າ ແລະ ກໍ່ສ້າງພື້ນຖານໂຄງລ່າງອາຄານຫ້ອງການ,ອາຄານຫ້ອງທົດ ລອງ,ບ່ອນຈອດລົດໃຫຍ່,ຄອກງົວ,ບ່ອນຫມັກຫຍ້າ, ທາງເບຕົງ ແລະ ທົ່ງຫຍ້າລ້ຽງສັດ ການສ້າງສູນສົ່ງເສີມນີ້ກໍເພື່ອເປັນການຊຸກຍູ້ສົງເສີມ ແລະ ໃຫ້ບົດຮຽນການລ້ຽງສັດຂອງປະຊາຊົນ ແຂວງຊຽງຂວາງ.
ຂ່າວ: ວັນມົວ





