ໃນໂອກາດທີ່ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ດ້ານສິ່ງແວດລ້ອມ ແລະ ກອງປະຊຸມປິ່ນອ້ອມ ໃນລະຫວ່າງ ວັນທີ 29 ກໍລະກົດ ຫາ 2 ສິງຫາ 2024 ຜ່ານມາ. ລັດຖະບານ ສ. ເກົາຫຼີ ເຫັນໄດ້ຄວາມສໍາຄັນດັ່ງກ່າວຈຶ່ງສະໜັບສະໜູນ ເຄື່ອງອຸປະກອນໄອທີຈໍານວນໜຶ່ງ ເປັນຕົ້ນ: ຄອມພິວເຕີໂນດບຸກ, ຄອມພິວເຕີຕັ້ງໂຕະ, ເຄື່ອງພິມ ແລະ ຈໍໂທລະພາບ ລວມມູນຄ່າທັງໝົດປະມານ 60,000 ໂດລາສະ ຫະລັດ ໃຫ້ແກ່ ກຊສ ເພື່ອນໍາໃຊ້ເຂົ້າໃນວຽກງານອາຊຽນ ແລະ ວຽກງານລວມຂອງ ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອດັ່ງກ່າວຈັດຂຶ້ນໃນວັນທີ 12 ພະຈິກ 2024. ມອບໂດຍ ທ່ານ Jung Yungsoo ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ແລະ ຮັບໂດຍ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີ ກຊສ.
ຂ່າວ: ເຈ ລີຈັ້ງ




