ສ ເກົາຫຼີ ໃຫ້ທຶນຊ່ວຍເຫຼືອລ້າພາຍໃຕ້ໂຄງການແບ່ງປັນຄວາມຮູ້ໄລຍະທີ 2 (KSP) ໃນຫົວຂໍ້ “ໂຄງການປັບປຸງລະບົບການດຳເນີນງານ ດ້ານການບິນຢູ່ສະໜາມບິນສາກົນ ຫຼວງພະບາງ” ເຊິ່ງມີພິທີເປີດໂຄງການຢ່າງເປັນທາງການ ໃນວັນທີ 2 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ.
ໂຄງການດັ່ງກ່າວມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບກວດກາຄວາມປອດໄພດ້ານການບິນຂອງລາວ ແລະ ເສີມສ້າງຄວາມສາມາດໃນໄລຍະຍາວຂອງຜູ້ຊ່ຽວຊານ ດ້ານການບິນຕາມມາດຕະຖານສາກົນ.
ກອງປະຊຸມສຳມະນາເປີດໂຄງການດັ່ງກ່າວ ໂດຍເປັນປະທານຮ່ວມຂອງທ່ານ ຄິມ ຈອງ ຣອລ (Mr.Kim Jeong Ryeol) ທີ່ປຶກສາອາວຸໂສຂອງໂຄງການ KSP ອະດີດຮອງລັດຖະມົນຕີກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ການຂົນສົ່ງຂອງ ສ.ເກົາຫຼີ ແລະ ທ່ານ ຄຳຫຼ້າ ພົມມະວັນ ຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ມີທ່ານ ປັກ ຈຸນກິວ ຜູ້ອຳນວຍການໃຫຍ່ ອົງການ KOTRA Vientiane ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການແບ່ງປັນຄວາມຮູ້ໄລຍະ 2 ນີ້ ສືບຕໍ່ມາຈາກຄວາມສຳເລັດຂອງໂຄງການ ໄລຍະທີ 1 ເຊິ່ງດຳເນີນໂຄງການແຕ່ປີ 2023-2024 ພາຍໄຕ້ຫົວຂໍ້ “ການປັບປຸງນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫຼວງພະບາງ” ແລະ ສິ້ນສຸດລົງໃນເດືອນກັນຍາ ປີ 2024 ເຊິ່ງໂຄງການ KSP ໄລຍະ 1 ແມ່ນແນໃສ່ການອອກແບບຄືນໃໝ່ຂອງລະບົບວົງຈອນບິນ ແລະ ການປັບຮູບແບບພື້ນທີ່ຄວບຄຸມ Terminal (TMA) ການຈັດເຝິກອົບຮົມ ແລະ ບັນດາໂຄງການລິເລີ່ມຕ່າງໆ ເພື່ອຊຸກຍູ້ການຮ່ວມມື ແລະ ສົ່ງເສີມຄວາມຊໍານານດ້ານວິຊາການ ສ່ວນໄລຍະທີ 2 ນີ້ ແມ່ນສຸມໃສ່ສ້າງຄວາມເຂັ້ມແຂງດ້ານຄວາມສາມາດວິຊາການຂອງສະໜາມບິນ ໂດຍການສ້າງລະບົບການເຝິກອົບຮົມຜູ້ກວດກາຄວາມປອດໄພດ້ານການບິນ.
ໂຄງການນີ້ ແມ່ນເພື່ອພັດທະນາຫຼັກສູດການສອນທີ່ສອດຄ່ອງກັບມາດຕະຖານ ແລະ ແນວທາງທີ່ກຳນົດໂດຍອົງການການບິນພົນເຮືອນລະຫວ່າງປະເທດ (ICAO) ພ້ອມທັງ ວາງພື້ນຖານໃຫ້ແກ່ການພັດທະນາໃນໄລຍະຍາວ ຂອງຜູ້ຊ່ຽວຊານດ້ານການບິນໃນລາວ.
ໂຄງການດັ່ງກ່າວ ແມ່ນມີຄວາມສອດຄ່ອງກັບຄວາມຕ້ອງການ ຂອງກົມການບິນພົນລະເຮືອນຂອງລາວ ໂດຍສະເພາະ ໃນໄລຍະການກະກຽມຄວາມພ້ອມ ສຳລັບໂປແກຣມກວດສອບຄວາມປອດໄພສາກົນ ICAO (USOAP) ໃນປີ 2026.
ທີ່ມາ: ວຽງຈັນໃໝ່


