ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສ ເກົາຫຼີ ສະໜັບສະໜູນປັບປຸງພື້ນຖານດ້ານສາທາລະນະສຸກ ຢູ່ ສປປ ລາວ ຫຼາຍໂຄງການ

Aug 15, 2025

ສະຖານທູດ ສ ເກົາຫຼີ ປະຈຳ ລາວ ຮ່ວມກັບອົງການຈັດຕັ້ງສາ ກົນ ປະຈຳລາວ ໄດ້ຈັດກິດຈະກຳນຳພາສື່ມວນຊົນຢ້ຽມຢາມ ແລະ ຕິດຕາມວຽກງານການຊ່ວຍເຫຼືອ ເພື່ອການພັດທະນາໂຄງການຊ່ວຍເຫຼືອ ຂອງ ສ ເກົາຫຼີ ໃນຂົງເຂດສາທາລະນະສຸກ ຢູ່ ສປປ ລາວ ໃນວັນທີ 14 ສິງຫາ 2025 ໂດຍມີ ທ່ານ ດຣ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ມີບັນດາອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ພ້ອມດ້ວຍສື່ມວນຊົນລາວຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທ່ານ ຈອງ ຢອງຊູ ກ່າວວ່າ: ກິດຈະກຳຄັ້ງນີ້ ເປັນໜຶ່ງໃນຫຼາຍກິດຈະກຳ ທີ່ ສ ເກົາຫຼີ ແລະ ສປປ ລາວ ໄດ້ຮ່ວມກັນຈັດຂຶ້ນເພື່ອສະຫຼອງ ຄົບຮອບ 30 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ເພື່ອເປັນການລະນຶກເຖິງຜົນສໍາເລັດສາຍພົວພັນການຮ່ວມມືໃນໄລຍະຜ່ານມາ ແລະ ເປັນພື້ນຖານການຮ່ວມມືໃນອະນາຄົດເຮັດໃຫ້ທັງສອງປະ ເທດນັບມື້ມີສາຍພົວພັນການຮ່ວມມືທີ່ແໜ້ນແຟ້ນຍິ່ງໆຂຶ້ນ ໃນນີ້ການຮ່ວມມືດ້ານສາທາລະນະສຸກ ສ ເກົາຫຼີ ປະເທດທີ່ໃຫ້ການຊ່ວຍເຫຼືອຫຼາຍທີ່ສຸດໃນບັນດາປະເທດທີ່ມີການຈັດຕັ້ງປະຕິບັດໂຄງການດ້ານສາທາລະນະສຸກສອງຝ່າຍໄດ້ໃຫ້ຄວາມສໍາຄັນ ແລະ ລົງທຶນໃສ່ໃນວຽກພັດທະນາເປັນການປະກອບສ່ວນສໍາຄັນໃນການປັບປຸງດ້ານສາທາລະນະສຸກ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.
May be an image of 10 people and text that says 'กะลุองสาทาละมะ Ministry MinistryofHealth of Health สมอเถาะ และ ละขาดอิทะยา National Center for Laboratory and Epidemiology リーズ SHEPERD wnghwaghateogeiesPupendbes akanigP LOPTA SHEPERD' May be an image of 6 people and hospital
ໂອກາດນີ້ ທ່ານ ນາງ ອາພອນ ວິຊາເທບ ໄດ້ຕາງໜ້າໃຫ້ລັດຖະ ບານລາວກໍຄືກະຊວງທາສາລະນະສຸກ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ມາຍັງ ສ ເກົາຫຼີ ແລະ ອົງການຮ່ວມມືສາກົນຕ່າງໆຂອງ ສ ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສຸມໃສ່ວຽກງານການປັບປຸງສຸຂະພາບທົ່ວປວງຊົນ ໂດຍສະເພາະວຽກງານ ແມ່ ແລະ ເດັກນ້ອຍ ໃນ ສປປ ລາວ ເຊິ່ງເຮັດໃຫ້ອັດຕາການເສຍຊີວິດຂອງແມ່ ແລະ ເດັກ ໄດ້ຫຼຸດລົງ ແລະ ຍັງໄດ້ສ້າງຂີດຄວາມອາດສາມາດໃຫ້ບຸກຄະລາກອນການແພດ ການປັບປຸງຄຸນນະ ພາບການບໍລິການສຸຂະພາບໃນໂຮງໝໍ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການປັບປຸງສຸຂະພາບຊຸມຊົນ ລວມທັງການປັບປຸງລະບົບສາທາລະນະສຸກ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ໃຫ້ ການສະໜັບສະໜູນ ເຂົ້າໃນວຽກງານສຸຂະພາບ ເພື່ອໃຫ້ປະຊາ ຊົນລາວ ມີສຸຂະພາບທີ່ດີຂຶ້ນ.
May be an image of 10 people and text May be an image of 5 people and text
ກິດຈະກຳຄັ້ງນີ້ ຍັງໄດ້ໄປຢ້ຽມຢາມເບິ່ງຜົນສຳເລັດການຮ່ວມມືໃນໂຄງການທີ່ສໍາຄັນ ເປັນຕົ້ນ ໂຮງໝໍເດັກ ເຊິ່ງເປັນໂຮງໝໍຂັ້ນສູນກາງແຫ່ງດຽວໃນ ສປປ ລາວ ທີ່ຮັບການສົ່ງຕໍ່ຄົນເຈັບທີ່ເປັນເດັກນ້ອຍຈາກບັນດາແຂວງ ແລະ ໃຫ້ການປິ່ນປົວດ້ວຍອຸືປະກອນທີ່ທັນສະໄໝ ແລະ ມີບຸກຄະລາກອນທີ່ຊຽວຊານສະ ເພາະທາງໃນການປິ່ນປົວ ຢ້ຽມຢາມມະຫາວິທະຍາໄລວິທະຍາ ສາດສຸຂະພາບ ໃນນີ້ໄດ້ມີກິດຈະກຳບໍລິຈາກເລືອດ ເຊິ່ງເປັນໜຶ່ງໂຄງການທີ່ ສ ເກົາຫຼີ ໃຫ້ການຮ່ວມມືຊ່ວຍເຫຼືອ ໂຄງການນີ້ໄດ້ສະໜອງລົດອອກຮັບການບໍລິຈາກເລືອດເຄື່ອນທີ່ ແລະ ເຝິກອົບຮົມພະນັກງານແພດຊຸດເຄື່ອນທີ່ ເພື່ອເສີມສ້າງຂີດຄວາມ ສາມາດໃນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ທັກສະທາງວິຊາການ ແລະ ປັບປຸງປະສິດທິພາບການປະຕິບັດວຽກງານ ຢ້ຽມຢາມສູນວິເຄາະ ແລະ ລະບາດວິທະຍາ ໂຄງການຍັງໄດ້ແນໃສ່ການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ຊ່ວຍເສີມສ້າງຂີດຄວາມສາມາດ ໃນການກວດພົບເຊື້ອແບັດທີເຣຍ ຕິດຕາມການລະບາດຂອງພະຍາດທີ່ຊັດເຈນ ເຂົ້າໃຈລັກສະນະທາງກຳມະພັນຂອງເຊື້ອພະຍາດ ຊຸກຍູ້ການສ້າງຄວາມຍືນຍົງໃຫ້ການປະຕິ ບັດງານດ້ານການວິເຄາະ ແລະ ສົ່ງເສີມຄວາມປອດໄພດ້ານສາ ທາລະນະສຸກໃນທ້ອງຖິ່ນ ຢ້ຽມຢາມສູນສະໜອງຢາ ແລະ ອຸປະ ກອນການແພດ ເຊິ່ງເປັນສູນທີ່ຈັດສົ່ງອຸປະກອນການແພດທີ່ຈໍາເປັນຢ່າງທັນເວລາ ແລະ ຈັດເຝີກອົບຮົມໃຫ້ຄວາມຮູ້ ເພື່ອການບໍລິຫານຈັດການອຸປະກອນການແພດທີ່ມີປະສິດທິພາບ ແລະ ມີຄວາມຍືນຍົງ ຢ້ຽມຢາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາ ໄລວິທະຍາສາດສຸຂະພາບ ໃນທຶນກູ້ຢືມດອກເບ້ຍຕໍ່າຈາກກອງທຶນຮ່ວມມືເພື່ອພັດທະນາເສດຖະກິດ ສ ເກົາຫຼີ (EDCF ‘ Economic Development Cooperation Fund’) ໂຄງການນີ້ມີເປົ້າໝາຍເພື່ອປັບປຸງລະບົບສາທາລະນະສຸກຂອງ ສປປ ລາວ ໃຫ້ດີຂຶ້ນ ແລະ ກໍ່ສ້າງໂຮງໝໍທີ່ມະຫາວິທະຍາໄລຂະໜາດ 400 ຕຽງ ແຫ່ງທຳອິດ ທີ່ມີອຸປະກອນການແພດ ແລະ ລະບົບຂໍ້ມູນຂ່າວສານ-ການສື່ສານທີ່ທັນສະໄໝ ຈະເປັນໂຄງການໜຶ່ງທີ່ຊ່ວຍເສີມສ້າງພື້ນຖານໂຄງລ່າງທາງສາທາລະນະສຸກ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
May be an image of 4 people and text
ທີ່ມາ: ວຽງຈັນໃໝ່