ຫງວຽນຊວນເຊິນ ນັກກິລາບານເຕະທີມຊາດຫວຽດນາມ ໄດ້ຮັບລົດ Jaecoo J7 PHEV ຈາກບໍລິສັດຮ່ວມຫຸ້ນສ່ວນລົດຍົນລະຫວ່າງ ກຸ່ມບໍລິສັດ Geleximco ແລະ ກຸ່ມບໍລິສັດ Chery – Omoda & Jaecoo ຫວຽດນາມ ພາຍຫລັງຊ່ວຍທີມຊາດຫວຽດນາມ ຄອງແຊ້ມອາຊຽນ 2024, ລົດດັ່ງກ່າວ ມີມູນຄ່າປະມານ 600 ລ້ານດົງ.
ພ້ອມກັນນີ້ ບໍລິສັດ 𝐙𝐞𝐬𝐭𝐞𝐜𝐡 𝐕𝐢𝐞̣̂𝐭 𝐍𝐚𝐦 ໄດ້ມອບເງິນລາງວັນເປັນຂອງຂວັນໃຫ້ ຫງວຽນ ຊວນເຊິນ 200 ລ້ານດົງ ແລະ ທະນາຄານ TECHCOMBANK ມອບໃຫ້ອີກ 100 ລ້ານດົງ.
ປັດຈຸບັນນີ້, ຫງວຽນຊວນເຊິນ ໄດ້ຮັບເງິນລາງວັນໄປແລ້ວ ຫລາຍກວ່າ 1 ຕື້ດົງ ແລະ ໄດ້ຮັບຫລຽນໄຊແຮງງານ ຊັ້ນ 3 ຈາກລັດຖະບານຫວຽດນາມ ຈາກຄຸນງາມຄວາມດີທີ່ເສຍສະຫລະຊ່ວຍທີມຊາດຫວຽດນາມ ປະສົບຜົນສຳເລັດໃນຄັ້ງນີ້.
ທີ່ມາ: ຂ່າວກິລາໂທລະພາບແຫ່ງຊາດ
Photo: VTV





