ເມືອງປົກຄອງຕົນເອງເຜົ່າຢ້າວກົ່ງເສີງເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີຈີນມີປະຫວັດຄວາມເປັນມາຢ່າງຍາວນານໃນການປູກໝາກພັບ. ໃນສະໄໝເຈົ້າຊີວິດວ້ານລີ້ລາຊະວົງໝິງ, ເມືອງກົ່ງເສີງເລີ່ມນຳເອົາຕົ້ນໝາກພັບຈາກເມືອງຊ້າວອ່ານແຂວງຟູຈ້ຽນມາປູກຢູ່ເມືອງຂອງຕົນ ແລະ ເລີ່ມປຸງແຕ່ງເປັນຂະໜົມໝາກພັບ. ຍ້ອນມີເງື່ອນໄຂທຳມະຊາດທີ່ດີ, ໂດຍຜ່ານການເຕີບໂຕຕາມທຳມະຊາດແລະການປູກຕົ້ນໝາກພັບຂອງປະຊາຊົນທ້ອງຖິ່ນມາເປັນເວລາຫຼາຍຮ້ອຍປີ, ຈິ່ງໄດ້ກາຍເປັນຕົ້ນໝາກພັບທີ່ດີທີ່ມີເອກະລັກພິເສດຂອງກົງເສີງ ເຊິ່ງເຂົາເຈົ້າຕັ້ງຊື່ວ່າ: ໝາກພັບດວງຈັນກົງເສີງ. ຢູ່ເມືອງກົງເສີງ, ບ່ອນທີ່ມີຊື່ສຽງທີ່ສຸດໃນການຊົມໝາກພັບແມ່ນບ້ານຫົງຢຽນ ເປັນບ້ານເກີດຂອງໝາກພັບດວງຈັນ. ຢູ່ໃນບ້ານແຫ່ງນີ້, ຈະໄດ້ເຫັນຕົ້ນໝາກພັບປູກລຽນເປັນແຖວຢູ່ຕາມສອງຟາກຂ້າງຂອງຖະໜົນ, ມີພາບວີວໝາກພັບທີ່ຄາ້ຍຄື “ນ້ຳຕົກຕາດ”ໄຫຼລົງມາ ເຊິ່ງກາຍເປັນບ່ອນທີ່ນັກທ່ອງທ່ຽວມັກມາຖ່າຍຮູບໄວ້ເປັນທີ່ລະນຶກ ແລະ ເຮັດໃຫ້ທາງບ້ານເຕັມໄປດ້ວຍບັນຍາກາດທີ່ໄດ້ຮັບຜົນເກັບກ່ຽວອັນອຸດົມສົມບູນ.
ນອກນີ້, ຍັງມີການຂາຍເຄື່ອງຢູ່ຕາມແຄມຖະໜົນ, ນັກທ່ອງທ່ຽວສາມາດເລືອກຊື້ເຄື່ອງທີ່ມີເອກະລັກສະເພາະຂອງທ້ອງຖິ່ນຕ່າງໆ ເປັນຕົ້ນ: ໝາກພັບ, ຂະໜົມໝາກພັບ ແລະອື່ນໆ. ສະຫຼັບສິ່ງກໍ່ສ້າງຢູ່ພາຍໃນບ້ານແມ່ນມີຄົບຊຸດແລ້ວ ໂດຍມີເຮືອນພັກ ແລະ ຮ້ານອາຫານໄວ້ຄອຍບໍລິການແກ່ນັກທ່ອງທ່ຽວຢ່າງສະດວກ.
ທ່າແຮງຕົ້ນຕໍຂອງໝາກພັບເມືອງກົ່ງເສີງລວມມີ: 1.ມີພື້ນຖານອຸດສາຫະກໍາທີ່ໜັກແໜ້ນ, ທົ່ວເມືອງມີເນື້ອທີ່ປູກໝາກພັບເຖິງ 16.000 ເຮັກຕາ, ຍອດຈໍານວນຜົນຜະລິດບັນລຸເຖິງ 870.000 ໂຕນ, ສາມາດສ້າງລາຍຮັບໄດ້ຫຼາຍກວ່າ 7 ຕື້ຢວນຕໍ່ປີ ເປັນເມືອງທີ່ມີເນື້ອທີ່ປູກໝາກພັບຫຼາຍກວ່າໝູ່ຂອງຈີນ; 2.ມີປະສິດທິຜົນດ້ານຍີ່ຫໍ້ທີ່ພົ້ນເດັ່ນ, ໝາກພັບກົ່ງເສີງເປັນຍີ່ຫໍ້ສິນຄ້າທີ່ມີຊື່ສຽງຫຼາຍສົມຄວນຂອງຈີນເຊິ່ງມີມຸນຄ່າເຖິງ 6 ຕື້ກວ່າຢວນ; 3.ອຸດສາຫະກໍາການຜະລິດໄດ້ເຊື່ອມໂຍງກັນລົງສູ່ລວງເລິກ ໂດຍໄດ້ສ້າງເປັນຕ່ອງໂສ້ອຸດສາຫະກໍາໝາກພັບທີ່ເຊື່ອມໂຍງກັນນັບແຕ່ການປູກ, ການຜະລິດ, ການຈໍາໜ່າຍ, ການຈໍລະຈອນສິນຄ້າ ແລະ ການທ່ອງທ່ຽວ.
ນອກນັ້ນ, ເມືອງກົ່ງເສີງ ຍັງຈະສຸມການພັດທະນາສິນຄ້າທີ່ດີເດັ່ນ ສ້າງໃຫ້ມີການຈໍລະຈອນສິນຄ້າ ແລະ ສາງສິນຄ້າແບບອັດືສະລິຍະເພື່ອບັນລຸເປົ້າໝາຍພັດທະນາຄື: ເມື່ອຮອດປີ 2026 ໃຫ້ບັນລຸເປົ້າໝາຍຜົນຜະລິດໝາກພັບມີຈຳນວນເຖິງ 1 ລ້ານ 5 ໜຶ່ນໂຕນ ແລະ ມີຍອດມຸນຄ່າການຜະລິດເຖິງ 12 ຕື້ຢວນ.






