ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງນ້ຳທາ ອະນຸມັດໃຫ້ເອກະຊົນຂຸດຄົ້ນ ແລະ ສ້າງໂຮງງານຂົບຫີນ ຢູ່ເມືອງວຽງພູຄາ

Mar 18, 2025

ພິທີເຊັນສັນຍາ ກ່ຽວກັບໂຄງການຂຸດຄົ້ນ ແລະ ສ້າງຕັ້ງໂຮງ ງານຂົບຫີນກະຣຸນາໄຊ ຢູ່ເຂດບ້ານພູລັນເໜືອ ເມືອງວຽງພູຄາ ແຂວງຫລວງນ້ຳທາ ລະຫວ່າງອົງການປົກຄອງແຂວງຫລວງນໍ້າທາ ແລະ ບໍລິສັດ ກະຣຸນາໄຊ ກໍ່ສ້າງຂົວ-ທາງ ຈຳກັດ ໃນທ້າຍອາທິດຜ່ານມາ ຕາງໜ້າລົງນາມໂດຍທ່ານ ແອໃຫຍ່ ຈັນສະຫວັດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ກິຣິຍາ ບັນຈົງພັກດີ ຫົວໜ້າບໍລິສັດ ກະຣຸນາໄຊ ກໍ່ສ້າງຂົວ-ທາງ ຈຳກັດ.
ສໍາລັບການຂຸດຄົ້ນແຮ່ຫີນທັງໝົດມີເນື້ອທີ່ 4 ເຮັກຕາ ເປັນເຂດພື້ນດິນສະຫງວນຫີນ ຂອງພະແນກໂຍທາທິການ ແລະ ຂົນສົ່ງ (ຕາມແຈ້ງການຫ້ອງວ່າການສະບັບເລກທີ 574/ຫວຂ, ລົງວັນທີ 26 ເມສາ 2024 ເຫັນຄວນໃຫ້ສະຫງວນໄວ້ ເພື່ອນໍາໃຊ້ ສາທາລະນະປະໂຫຍດ, ນໍາໃຊ້ເຂົ້າໃນການສ້ອມແປງທາງ R3 ແລະ 13N ທີ່ພວມຈັດຕັ້ງປະຕິບັດໃນປັດຈຸບັນ ແລະ ອະນາຄົດ ເຊິ່ງມີເນື້ອທີ່ 25 ເຮັກຕາ ມູນຄ່າການລົງທຶນ 50 ຕື້ກີບ; ທຶນຈົດທະບຽນ 10 ຕື້ກີບ ອາຍຸສໍາປະທານ 05 ປີ ນັບແຕ່ມື້ເຊັນສັນຍາສະບັບນີ້ເປັນຕົ້ນໄປ, ເຊິ່ງເປັນການລົງທຶນຂອງເອກະຊົນ 100%. ຂະໜາດຂອງຫີນໄດ້ກຳນົດເປັນ 2 ປະເພດຄື: ຫີນຂົບ, ຝຸ່ນຫີນ (ຝຸ່ນຫີນອ່ອນ ແລະ ຝຸ່ນຫີນຫຍາບ) ແລະ ແປຮູບເປັນວັດຖຸດິບ ທີ່ໃຊ້ໃນວຽກງານຂົວທາງໃນອະນາຄົດ.
ສ່ວນການກຳນົດລາຄາ ແມ່ນອີງຕາມການວາງຫົວໜ່ວຍລາຄາ ຕາມສະພາບຕົວຈິງຂອງສັງຄົມ ໂດຍຢັ້ງຢືນຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງ.
ຂ່າວ: ສົມພອນ ຂຸນດາວົງ
May be an image of 11 people, dais and text