ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພິທີມອບ-ຮັບ ແລະ ເປີດນຳໃຊ້ອາຄານ ສູນຝຶກອົບຮົມ ແມ່ ແລະ ເດັກ ແລະ ໂພຊະນາການ ໃນວັນທີ 3 ມິຖຸນາ 2025 ທີ່ໂຮງໝໍແຂວງຫລວງນໍ້າທາ ໂດຍມີທ່ານ ດຣ. ນາງ ອາພອນ ວີຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງໆຫລວງນ້ຳທາ, ທ່ານ ຊັນ ຊູໂອ ປະທານ ອົງການກອຍກາ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ ແລະ ພາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສູນຝຶກອົບຮົມວຽກງານແມ່-ເດັກ ແລະ ໂພຊະນາການ ດັ່ງກ່າວ ຈະກາຍເປັນສູນກາງບໍລິການ ສໍາລັບການຝຶກອົບຮົມ ສົ່ງຄວາມຮູ້ ແລະ ສ້າງຄວາມສາມາດ ທີ່ກ່ຽວຂ້ອງກັບວຽກງານແມ່-ເດັກ ແລະ ວຽກງານໂພຊະນາການ ເປັນບ່ອນຈັດຝຶກອົບຮົມໃຫ້ແກ່ພະນັກງານຂັ້ນແຂວງ, ໂຮງໝໍແຂວງ, ໂຮງໜໍຂັ້ນເມືອງ, ຂັ້ນສຸກສາລາ, ອາສາສະໝັກ ແລະ ຊຸມຊົນ ສູນແຫ່ງນີ້ເປັນສູນທຳອິດໃນ ສປປ ລາວ ເຊິ່ງເປັນສູນບໍລິການ ທີ່ໄດ້ສ້າງຕັ້ງຂຶ້ນຢູ່ແຂວງຫລວງນໍ້າທາ ແລະ ຍັງສາມາດເປັນບ່ອນໃຫ້ບໍລິການໂດຍສະເພາະ ບັນດາແຂວງພາກເໜືອຂອງລາວ ເປົ້າໝາຍຫລັກຂອງສູນຮັບປະກັນການເຂົ້າເຖິງ ແລະ ເອື້ອອຳນວຍ ໃຫ້ມີການແລກປ່ຽນຄວາມຮູ້, ຄວາມສາມາດ ທາງດ້ານວຽກງານແມ່-ເດັກ ແລະ ວຽກງານໂພຊະນາການ, ອຳນວຍຄວາມສະດວກໃນການຝຶກອົບຮົມ ພາກປະຕິບັດຕົວຈິງ ແລະ ການສາທິດພາກປະຕິບັດ ໃນການປຸງແຕ່ງອາຫານ ໃຫ້ຖືກຕາມຫລັກການດ້ານໂພຊະນາການ.
ນອກຈາກນັ້ນ, ຍັງເປັນສູນສາທິດສຳລັບຜູ້ປົກຄອງເດັກ ທີ່ຂາດສານອາຫານ, ປຸງແຕ່ງອາຫານທີ່ມີທາດບຳລຸງ ເພື່ອຫລຸດຜ່ອນອັດຕາການຂາດສານອາຫານ ໃຫ້ລູກຫລານຜ່ານມາ ສປປ ລາວ ສະພາບດ້ານໂພຊະນາການແມ່ນຍັງຢູ່ໃນລະດັບຕໍ່າ ໂດຍມີອາຍຸເດັກລຸ່ມ 5 ປີ ທີ່ຂາດສານອາຫານແບບລວງສູງ, ເດັກທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ແລະ ເດັກນ້ອຍມີພາວະຂາດສານອາຫານ (ຈ່ອຍ) ໃນອັດຕາສ່ວນທີ່ສູງ 33%, 21% ແລະ 9% ຍ້ອນສະພາບດ້ານໂພຊະນາການທີ່ຕໍ່າ ໃນເດັກຈໍານວນຫລວງຫລາຍ ໂດຍສະເພາະ ເດັກນ້ອຍທີ່ຢູ່ໃນຄອບຄົວທີ່ທຸກຍາກ, ການຫລຸດລົງ 25% ຂອງພາວະຂາດສານອາຫານແບບລວງສູງ, ການກໍ່ສ້າງສູນຝຶກອົບຮົມວຽກງານແມ່-ເດັກ ແລະ ໂພຊະນາການ ພ້ອມທັງສ້າງຄວາມອາດສາມາດ ໃຫ້ພະນັກງານແພດໜໍນັບແຕ່ຂັ້ນແຂວງຈົນຮອດຂັ້ນສຸກສາລາ ແລະ ຂັ້ນບ້ານ, ອົງການດັ່ງກ່າວໄດ້ເລີ່ມເຂົ້າມາຈັດຕັ້ງປະຕິບັດ ແຕ່ປີ 2019 ເປັນຕົ້ນມາ, ໃນປີ 2022 ຈຶ່ງໄດ້ເລີ່ມປະຕິບັດກິດກໍາ ແລະ ກໍ່ສ້າງຕຶກສູນຝຶກອົບຮົມ ແມ່-ເດັກ ແລະ ໂພຊະນາການ ຢູ່ແຂວງຫລວງນ້ຳທາຂຶ້ນ ແລະ ມາຮອດເດືອນທັນວາ 2024 ຕຶກດັ່ງກ່າວໄດ້ສໍາເລັດ, ລວມມູນຄ່າການກໍ່ສ້າງ 760.000 ໂດລາສະຫະລັດ.
ຂ່າວ: ມຸນຕີ






