ແຂວງຫລວງນໍ້າທາ ຜ່ານແຜນແມ່ບົດ ວ່າດ້ວຍການຄຸ້ມຄອງ ແລະ ຂະຫຍາຍພັນນົກຂວາ ສັດປະຈຳແຂວງ ໃນວັນທີ 5 ທັນວາ 2024 ໂດຍການເປັນປະທານຂອງທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງໆຫລວງນ້ຳທາ, ທ່ານ ສີສຸພັນ ທຳປັນຍາ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ອາໄລພອນ ວິໄລທອງອິນ ຮອງຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງ ໄດ້ກ່າວວ່າ: ພາຍຫລັງແຂວງຫລວງນໍ້າທາ ໄດ້ຮັບຮອງເອົານົກຂວາເປັນສັດປະຈໍາແຂວງຫລວງນໍ້າທາແລ້ວ ຄະນະຊີ້ນໍາກອງເລຂາ ການສົ່ງເສີມ ແລະ ຄຸ້ມຄອງ ນົກຂວາ-ສັດປະຈໍາແຂວງຫລວງນໍ້າທາ ໄດ້ປຶກສາຫາລືຜັນຂະຫຍາຍ ເພື່ອເພີ່ມປະຊາກອນ ຂອງນົກຂວາ, ສະກັດກັ້ນການບຸກລຸກທີ່ຢູ່ອາໄສ, ການລ່າສັດນໍ້າ-ສັດປ່າແບບດັບສູນ ແລະ ສ້າງເປັນທ່າແຮງໃນການສົ່ງເສີມການທ່ອງທ່ຽວພາຍໃນແຂວງ ໂດຍມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ, ຊຶ່ງແຂວງຫລວງນໍ້າທາໄດ້ຖືເອົາການທ່ອງທ່ຽວເປັນວຽກງານບຸລິມະສິດໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອສ້າງວຽກເຮັດງານທຳ ຕິດພັນກັບການແກ້ໄຂຄວາມທຸກຍາກ, ເປັນແຂວງໜຶ່ງທີ່ມີຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ ໂດຍສະເພາະແມ່ນປ່າສະຫງວນແຫ່ງຊາດນໍ້າຫ້າ ອຸທິຍານມໍລະດົກອາຊຽນ, ພູມອາກາດເອື້ອອຳນວຍເຊິ່ງເໝາະສົມແກ່ການຜະລິດກະສິກຳເຊັ່ນ: ການປູກເຂົ້າ, ປູກພືດເປັນສິນຄ້າ ແລະ ການລ້ຽງສັດ, ມີພາສາປາກເວົ້າ ແລະ ວັດທະນະທໍາຫລາຍເຜົ່າ, ມີດ່ານສາກົນ ແລະ ທ້ອງ
ຖິ່ນ, ມີສະໜາມບິນ, ເສັ້ນທາງອະນຸພາກພື້ນ ແລະ ເສັ້ນທາງລົດໄຟລາວ-ຈີນຜ່ານ, ມີສະຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ, ມີນະໂຍບາຍຂອງລັດຖະບານ ທີ່ສົ່ງເສີມການລົງທຶນຮູບແບບຕ່າງໆ ຊຶ່ງເປັນເງື່ອນໄຂຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນປັດຈຸບັນກໍຄືອະນາຄົດ ທັງເປັນການສ້າງຍຸດທະສາດຮອບດ້ານໃນການສົ່ງເສີມ, ອະນຸລັກ ແລະ ຄຸ້ມຄອງນົກຂວາ ສັດປະຈໍາແຂວງຫລວງນໍ້າທາ, ຮັບປະກັນການປົກປັກຮັກສາທີ່ຢູ່ອາໄສ, ຄວາມໝັ້ນຄົງຂອງປະຊາກອນ (ການຂະຫຍາຍພັນ) ໂດຍສະເພາະໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ເຂດອະນຸລັກພິເສດ, ການສ້າງສູນວິໄຈຂອງພາກລັດ ແລະ ເອກະຊົນ, ການເຊື່ອມໂຍງລະບົບນິເວດແບບຍືນຍົງ, ການສົ່ງເສີມການທ່ອງທ່ຽວແບບອະນຸລັກໂດຍນຳໃຊ້ນົກຂວາ ເປັນທ່າແຮງ ລວມທັງການກໍ່ສ້າງອະນຸສອນສະຖານ ຢູ່ສະຖານທີ່ສຳຄັນຕ່າງໆ ແລະ ເຄື່ອງທີ່ລະນຶກເພື່ອຈຳໜ່າຍໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ໂອກາດນີ້, ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງໆຫລວງນ້ຳທາ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນເອົາໃຈໃສ່ ສະກັດກັ້ນການບຸກລຸກທີ່ຢູ່ອາໄສ, ການລ່າສັດນໍ້າ-ສັດປ່າແບບດັບສູນ ເພື່ອຄຸ້ມຄອງ ແລະ ຂະຫຍາຍພັນສັດ ໃຫ້ຂະຫຍາຍຕົວ ທັງເປັນການຂະຫຍາຍພັນນົກຂວາ ເພື່ອນຳໃຊ້ນົກຂວາ ທັງເນັ້ນໃຫ້ພາກເອກະຊົນເປັນເຈົ້າການໃນການຄຸ້ມຄອງ, ຈຸດໝາຍປາຍທາງຂອງການທ່ອງທ່ຽວ ແລະ ເພື່ອປູກຈິດສຳນຶກອອກມາດຕະການຄຸ້ມຄອງນົກຂວາ ໃຫ້ທົ່ວປວງຊົນໄດ້ຮັບຮູ້ ແລະ ພ້ອມກັນອະນຸລັກໃຫ້ມີຄວາມຍືນຍົງ.
ຂ່າວ: ແກ້ວກວາງ






