ພະນັກງານລັດວິສາຫະກິດໄຟຟ້າແຂວງຫລວງນ້ຳທາ ໄດ້ສືບຕໍ່ກູ້ລະບົບຕາຂ່າຍພາກ 0,4 ກິໂລໂວນ, ລົງກວດກາບັນດາໝໍ້ນັບໄຟ ທີ່ຖືກນ້ຳຖ້ວມ, ໂດຍລົງປະຕິບັດວຽກຢູ່ ບ້ານ ບົມພຽງ, ບ້ານ ປ່າປົວະ, ບ້ານ ວຽງເງີນ, ບ້ານ ຫົວຂົວ, ບ້ານ ທົ່ງໄຈ້ເໜືອ, ບ້ານ ທົ່ງໄຈ້ໄຕ້, ບ້ານ ໂພນໄຊ ແລະ ບ້ານ ດອນສຳພັນ ພ້ອມທັງຍ້າຍຂົ້ວໝໍ້ແປງ ແລະ ສ້ອມແປງຕາຂ່າຍ 22 ກິໂລໂວນ ເພື່ອໃຫ້ປະຊາຊົນກັບມາມີໄຟຟ້າຊົມໃຊ້ໂດຍໄວ ແລະ ບັນດາຫ້ອງການໄຟຟ້າເມືອງສິງ, ເມືອງລອງ ແລະ ເມືອງນາແລ ກໍໄດ້ເລັ່ງສ້ອມແປງຕາຂ່າຍທີ່ຖືກຜົນກະທົບ ຈາກພາຍຸ ຢາກິ ໃຫ້ກັບມາເປັນປົກກະຕິ ໂດຍໄວ.
ບ້ານທີ່ຖືກຜົນກະທົບນ້ຳຖ້ວມ ທັງໝົດມີ 22 ບ້ານ ແລະ ປັດຈຸບັນ ຍັງມີຈຳນວນ 7 ບ້ານທີ່ນ້ຳຍັງບໍ່ທັນແຫ້ງ. ບັນດາເມືອງທີ່ມີໄຟຟ້າໃຊ້ ແລະ ບໍ່ມີໄຟຟ້າໃຊ້ ປັດຈຸບັນ:
1. ເມືອງຫຼວງນ້ຳ: ມີຜູ້ຊົມໃຊ້ໄຟຟ້າ ທັງໝົດ 72 ບ້ານ, ບໍ່ມີໄຟຟ້າໃຊ້ 38 ບ້ານ (ເຂດນ້ຳທາ-ນາເຕີຍ-ບໍ່ເຕ່ນ).
2. ເມືອງສິງ: ມີຜູ້ຊົມໃຊ້ໄຟຟ້າໃຊ້ 81 ບ້ານ, ບໍ່ມີໄຟຟ້າໃຊ້ 81 ບ້ານ (ດັບໝົດເມືອງ).
3. ເມືອງລອງ: ມີຜູ້ຊົມໃຊ້ໄຟຟ້າ ທັງໝົດ 46 ບ້ານ, ບໍ່ມີໄຟຟ້າໃຊ້ 46 ບ້ານ (ດັບໝົດເມືອງ).
4. ເມືອງວຽງພູຄາ: ມີຜູ້ຊົມໃຊ້ໄຟຟ້າ ທັງໝົດ 46 ບ້ານ, ບໍ່ມີໄຟຟ້າໃຊ້ 4 ບ້ານ.
5. ເມືອງນາແລ: ມີຜູ້ຊົມໃຊ້ໄຟຟ້າ ທັງໝົດ 55 ບ້ານ, ບໍ່ມີໄຟຟ້າໃຊ້ 55 ບ້ານ (ດັບໝົດເມືອງ).
ສາເຫດທີ່ໄຟຟ້າດັບ: ຍ້ອນຕາຂ່າຍຍາວໄກ, ຕົ້ນໄມ້ລົ້ມທັບສາຍຕາຂ່າຍ, ດິນເຈື່ອນຕົ້ນເສົາ, ເສົາຫັກ, ດິນເຈື່ອນທັບທາງບໍ່ສາມາດສັນຈອນໄປມາໄດ້ຍ້ອນດິນສະໄລທັບທາງ, ເສັ້ນທາງຖືກນ້ຳເຊາະເຈື່ອນ ເຮັດໃຫ້ທາງຂາດ ແລະ ຕາຂ່າຍເປ່ເພ. ຖ້າຫາກພົບເຫັນເຫດການໄຟຕົກ-ໄຟມອດ ຫລື ແຈ້ງເຫດການຕ່າງໆສາມາດໂທແຈ້ງ ຫລື ສອບຖາມຂໍ້ມູນໄດ້ທີ່ເບີໂທ 086 1199







