ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງນໍ້າທາ ເລັ່ງອະນາໄມພື້ນທີ່ຫລັງໄພນໍ້າຖ້ວມ

Sep 27, 2024

ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນໍ້າທາ ພ້ອມຄະນະ ໄດ້ຕິດຕາມ ຊຸກຍູ້ການເຮັດວຽກງານ ຂອງທາງຄະນະຮັບຜິດຊອບ ເປັນຕົ້ນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ຫ້ອງວ່າການເມືອງຫລວງນໍ້າທາ ໄດ້ຮ່ວມກັນທໍາຄວາມສະອາດຢູ່ແຕ່ລະຈຸດ ແລະ ຕາມເສັ້ນທາງທີ່ມີຂີ້ເຫຍື້ອ ໂດຍໄດ້ນໍາໃຊ້ລົດ ຈົກ, ລົດຕັກ ແລະ ລົດຂົນສົ່ງຂີ້ເຫຍື້ອ ໄປທໍາລາຍຖິ້ມໃນສະໜາມຂີ້ເຫຍື້ອຂອງແຂວງ. ທັງນີ້ ກໍເພື່ອເປັນການຟື້ນຟູ ແລະ ອານາໄມທໍາຄວາມສະອາດ ຕາມຈຸດຕ່າງໆ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງຫລວງນໍ້າທາ ພາຍຫລັງທີ່ນໍ້າໄດ້ບົກແຫ້ງລົງໃຫ້ເຂົ້າສູ່ສະພາບປົກກະຕິ.
ການອານາໄມ ທໍາຄວາມສະອາດໃນຄັ້ງນີ້, ໄດ້ຮັບການປະກອບສ່ວນຊ່ວຍເຫລືອຈາກຫລາຍພາກສ່ວນ ເປັນຕົ້ນ ກຸ່ມບໍລິສັດພົງຊັບ ທີວີ ຈໍາກັດ ຜູ້ດຽວ ໄດ້ນໍາໃຊ້ລົດຈົກ 3 ຄັນ, ລົດຕັກ 1 ຄັນ, ລົດດ້າມ 12 ລໍ້ 5 ຄັນ, ລົດສີດນໍ້າ 2 ຄັນ ແລະ ລົດລາກ 1 ຄັນ; ບໍລິສັດແສງມີໄຊກໍ່ສ້າງ ໄດ້ນໍາໃຊ້ລົດຕັກ 1 ຄັນ, ລົດດ້າມ 5 ຄັນ; ບໍລິສັດເຄເຊັງເຕົາດິນຈີ່ທັນສະໄໝ ນໍາໃຊ້ ລົດຕັກ 2 ຄັນ, ລົດດ້າມ 5 ຄັນ; ບໍລິສັດ ໄຊພະຈັນ ກໍ່ສ້າງ ໄດ້ນໍາໃຊ້ລົດ ລົດຕັກ 1 ຄັນ ລົດດ້າມ 1 ຄັນ; ກອງບັນຊາການ ປກສ ແຂວງປະກອບສ່ວນນໍາໃຊ້ລົດສະແຕັກສິດນໍ້າ 2 ຄັນ ແລະ ກອງບັນຊາການທະຫານແຂວງປະກອບແຮງງານເຂົ້າຊ່ວຍອານາໄມ 20 ແຮງງານ.
ຂ່າວ: ສົມພອນ ຂຸນດາວົງ