ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງພະບາງຈັດເທດສະການມິດຕະພາບລາວ-ຈີນຄັ້ງທຳອິດ

Sep 17, 2024

ໃນວັນທີ 16 ກັນຍາ ທີ່ນະຄອນຫລວງພະບາງໄດ້ຈັດງານເທດສະການມິດຕະພາບລາວ-ຈີນປະຈຳປີ 2024 ເນື່ອງໃນໂອກາດບຸນໄຫວ້ພະຈັນ ແລະສະເຫລີມສະຫລອງວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນຄົບຮອບ 75 ປີ ຈັດໂດຍສະພາການຄ້າຈີນປະຈຳຫລວງພະບາງ ຮ່ວມກັບສະຖາບັນຂົງຈື້ມະຫາ ວິທະຍາໄລສຸພານຸວົງພາຍໃຕ້ ການເຫັນດີເປັນເອກະພາບຂອງຄະນະນຳອຳນາດການປົກຄອງແຂວງຫຼວງພະບາງແລະສະຖານກົງສູນໃຫຍ່ແຫ່ງ ສປ ຈີນ ປະຈຳຫລວງພະບາງ.
ການຈັດງານໃນຄັ້ງນີ້ແມ່ນໄດ້ຈັດຂຶ້ນເປັນຄັ້ງທຳອິດຈຸດປະສົງເພື່ອຮັດແຫນ້ນຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດລາວ-ຈີນ, ຈີນ-ລາວແລະຖືເອົາງານດັ່ງກ່າວເປັນການແລກປ່ຽນການຮ່ວມມືທາງດ້ານວັດທະນະທຳ,ການຄ້າ ແລະສົ່ງເສີມການທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ຂະຫຍາຍ ຕົວຂຶ້ນເລື້ອຍໆ;ທັງເປັນ ຂີດຫມາຍສຳຄັນທີ່ສ່ອງແສງໃຫ້ເຫັນເຖິງຄວາມສີວິໄລ ແລະວິໄສທັດທີ່ກວ້າງໄກ ແລະຄວາມໃກ້ຊິດສະຫນິດ ແຫນ້ນຂອງສາຍພົວພັນມິດຕະພາບລະຫວ່າງລາວ-ຈີນອີກດ້ວຍ.
ພາຍໃນງານໄດ້ຈັດໃຫ້ມີການສວນສະຫນາມຂອງບັນດານັກຮຽນ-ນັກສຶກສາ, ບັນດາພະນັກງານ ຈາກບໍລິ ສັດຈີນໃນແຂວງຫລວງພະບາງ; ພິເສດແມ່ນໄດ້ມີການວາງສະແດງສິນຄ້າຂອງບັນດາບໍລິສັດຫ້າງຮ້ານ, ຜະລິດ ຕະພັນການທ່ອງທ່ຽວ- ການບໍລິການ, ຂົງເຂດວຽກງານທຸລະກິດແລະວັດທະນະທຳທີ່ ເປັນເອກະລັກ ຂອງຫລາຍ ພາກສ່ວນທັງລາວ ແລະຈີນ ເຊິ່ງໄດ້ຮັບຄວາມສົນໃຈຈາກມວນຊົນເປັນຈຳນວນຫລວງຫລາຍ ໂດຍໄດ້ດຳເນີນ ເປັນເວລາ 2 ວັນ ນັບແຕ່ວັນທີ16ເຖິງວັນທີ17 ກັນຍາ 2024 ແລະໃນຄ່ຳຄືນຂອງວັນທີ 17 ກັນຍາກໍຈະໄດ້ມີງານລາຕິສິລະປະວັດທະນະທຳເພື່ອຕ້ອນຮັບເທດສະການບຸນໄຫວ້ພະຈັນຕື່ມອີກ.
ທີ່ມາ: CMG FM93