ແຂວງຫລວງພະບາງ ຈັດກອງປະຊຸມປຶກສາຫາລື ເພື່ອປ້ອງກັນຄວາມປອດໄພຂອງນັກທ່ອງທ່ຽວ ໃນວັນທີ 26 ພະຈິກ 2024, ຢູ່ທີ່ພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ.
ໃນໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ມີຄຳເຫັນຊີ້ນໍາໃຫ້ພະແນກ ຖວທ ສືບຕໍ່ເອົາໃຈໃສ່ຄຸ້ມຄອງ ຕິດຕາມ, ກວດກາ ຕາມພາລະບົດ ບາດ ເພື່ອໃຫ້ຜູ້ປະກອບການທຸລະກິດການທ່ອງທ່ຽວ ເຄື່ອນໄຫວຖືກຕ້ອງຕາມລະ ບຽບກົດໝາຍ ເຊັ່ນ: ການບໍລິການລົດ, ເຮືອນໍາທ່ຽວທີ່ສົ່ງສຽງເນື່ອງນັນ, ຮ້ານບັນເທີງເປີດບໍລິການກາຍໂມງ, ຕ້ອງເປັນເຈົ້າການປະສານພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາ.
ນອກຈາກນີ້, ໃຫ້ເອົາໃຈໃສ່ກວດກາຮ້ານບັນເທີງທີ່ເປີດບໍລິການກາຍໂມງ, ມົ້ວສຸມຢາເສບຕິດ, ໂສເພນີ ໂດຍສົມທົບເຈົ້າໜ້າທີ່ ພ້ອມທັງມີມາດຕະການຕໍ່ຜູ້ລະ ເມີດຕາມແຕ່ລະຂັ້ນ; ຄົ້ນຄວ້າອອກແຈ້ງການໃຫ້ພາກທຸລະກິດກ່ຽວກັບການກຳນົດລະບຽບການສະເພາະໃຫ້ຜູ້ປະກອບການປະຕິບັດໂມງເວລາ, ເກນອາຍຸ, ການບໍລິ ການດ້ານອື່ນໆທີ່ບໍ່ສອດຄ່ອງກັບກົດໝາຍ; ສືບຕໍ່ກວດກາຮ້ານຕ່າງໆ ທີ່ໄດ້ຮັບອະນຸ ຍາດ ແລະ ບໍ່ໄດ້ຮັບອະນຸຍາດ, ຮ້ານທີ່ມີໃບອະນຸຍາດຄວນມີການຊຸກຍູ້ສົ່ງເສີມທຸລະ ກິດໂດຍການຈັດຝຶກອົບຮົມໃຫ້ພະນັກງານບໍລິການໃຫ້ມີຄຸນນະພາບ; ສໍາລັບຮ້ານທີ່ບໍ່ມີໃບອະນຸຍາດກໍ່ໃຫ້ສືບຕໍ່ແນະນໍາຜູ້ປະກອບການປະຕິບັດຕາມລະບຽບ, ອັນໃດບໍ່ໄດ້ມາດຖານກໍ່ໃຫ້ປັບປຸງ; ສືບຕໍ່ປະຕິບັດຕາມພາລະບົດບາດຂອງຕົນໃນການຕິດ ຕາມ, ກວດກາຄົນຕ່າງປະເທດທີ່ມາເຄື່ອນໄຫວເຮັດທຸລະກິດຢູ່ພາຍໃນແຂວງ ແລະ ມາໃນນາມນັກທ່ອງທ່ຽວແຕ່ລັກລອບເຄື່ອນໄຫວເຮັດທຸລະກິດທີ່ບໍ່ສອດຄ່ອງກັບລະ ບຽບ, ກວດກາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ ເຊັ່ນ: ການຄ້າມະນຸດ, ຢາເສບ ຕິດ, ການປະຕິບັດມາດຕະການໃຫ້ເບິ່ງຕາມກໍລະນີໂດຍການສຶກສາອົບຮົມ ກວດກາເບິ່ງຫ້າງຮ້ານທີ່ຢູ່ແຄມທາງຄືນ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ລົງກວດກາຮ້ານອາຫານ, ຮ້ານກິ່ນດື່ມ, ຮ້ານບັນເທີງ, ກວດກາຮ້ານອາຫານໃຫ້ມີຄວາມສະອາດປອດໄພ ພ້ອມທັງແນະນຳຜູ້ປະກອບການໃນການປ້ອງກັນຄວາມສະອາດ;
ພ້ອມນີ້ ທຸກພາກສ່ວນຕ້ອງເປັນເຈົ້າການຮ່ວມກັນໃນການປະຕິບັດລະບຽບກົດ ໝາຍ ແລະ ແນະນໍາມາດຕະການຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ.
ຂ່າວ: ຈໍາປາ





