ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງພະບາງ ປະຕິບັດລາຍຮັບໄດ້ລື່ນແຜນການ

Jan 30, 2025

ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງພະແນກການເງິນ ແຂວງຫລວງພະບາງ ເກັບລາຍຮັບໄດ້ 1.087 ຕື້ກວ່າກີບ ເທົ່າກັບ 152% ຂອງແຜນດັດແກ້ ປະຕິບັດໄດ້ລື່ນແຜນ 374 ຕື້ກວ່າກີບ (ແຜນການ 712 ຕື້ກວ່າກີບ) ໃນນີ້, ລາຍຮັບພູດສູນກາງ ປະຕິບັດໄດ້ເກືອບ 36 ຕື້ກີບ, ລາຍຮັບພາສີ ປະຕິບັດໄດ້ເກືອບ 36 ຕື້ກີບ, ລາຍຮັບຈາກການ ຂາຍໄມ້ຢຶດ 49 ລ້ານກວ່າກີບ.
ສ່ວນລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 1.051 ຕື້ກວ່າກີບ ເທົ່າກັບ 154% ຂອງແຜນດັດແກ້ ຫລື ປະຕິບັດໄດ້ລື່ນແຜນ 370 ຕື້ກວ່າກີບ ໃນນີ້, ສ່ວຍສາອາກອນປະຕິບັດໄດ້ເກືອບ 893 ຕື້ກີບ ປະຕິບັດໄດ້ລື່ນແຜນ 282 ຕື້ກວ່າກີບ, ລາຍຮັບຊັບສິນຂອງລັດ ປະຕິບັດໄດ້ 158 ຕື້ກວ່າກີບ ປະຕິບັດໄດ້ລື່ນແຜນເກືອບ 89 ຕື້ກີບ ແລະ ເງິນເຫລືອສົ່ງຄືນ ປະຕິບັດໄດ້ 344 ລ້ານກວ່າກີບ.
ທ່ານ ຄີນຄຳ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງ ລາຍງານໃນກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດ ແຜນງົບປະມານ ປະຈຳປີ 2024 ແລະ ທິດທາງແຜນການ 2025 ໃນວັນທີ 29 ມັງກອນ 2025 ວ່າ: ສຳລັບດ້ານລາຍຈ່າຍທົ່ວແຂວງ ປະຕິບັດໄດ້ 910 ຕື້ກວ່າກີບ (ແຜນການ 917 ຕື້ກວ່າກີບ), ເທົ່າກັບ 99% ຂອງແຜນດັດແກ້ ໃນນັ້ນ, ແຜນບຸລິມະສິດການເບີກຈ່າຍ ແມ່ນເງິນເດືອນພະນັກງານ ໃນທົ່ວແຂວງໃຫ້ສຳເລັດກ່ອນວັນທີ 25 ຂອງທຸກເດືອນ.
ໂອກາດນີ້, ທ່ານ ບຸນເຫລືອ ສີນໄຊວໍຣະວົງ ຮອງເຈົ້າແຂວງໆຫລວງພະບາງ ໄດ້ມີຄຳເຫັນວ່າ: ເຖິງວ່າການຈັດເກັບລາຍຮັບ ຈະໄດ້ລື່ນແຜນການ ຫລື ເກີນດູນ, ແຕ່ແຫລ່ງລາຍຮັບທີ່ເກັບໄດ້ ສ່ວນໃຫຍ່ຍັງບໍ່ມີຄວາມຍືນຍົງ ເນື່ອງຈາກບັນດາຫົວໜ່ວຍທຸລະ ກິດທີ່ເກັບລາຍຮັບ ຍັງເປັນພຽງຫົວໜ່ວຍທີ່ດຳເນີນກິດຈະ ການໄລຍະສັ້ນ ສະນັ້ນ, ຮຽກຮ້ອງໃຫ້ຄະນະຮັບຜິດຊອບຂອງພະແນກການເງິນ ພ້ອມກັນສືບຕໍ່ພັດທະນານາລະບົບ ການຈັດເກັບລາຍຮັບ ໃຫ້ມີຄວາມທັນສະໄໝ ທັງປະສານສົມທົບກັບທຸກພາກສ່ວນ ເພື່ອປ້ອນຂໍ້ມູນຖານການເກັບລາຍຮັບເຂົ້າໃນລະບົບ ໃຫ້ຄົບຖ້ວນ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ເພັດສາຄອນ ສີມມະວົງ