ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລວງພະບາງ ປູກເຂົ້ານາແຊງ ລື່ນແຜນການ

May 21, 2025

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນລະດູແລ້ງປີ 2025 ນີ້, ຄະນະນຳ ແລະ ວິຊາການຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງຫລວງພະບາງ ໄດ້ສົ່ງເສີມ ແລະ ຊຸກຍູ້ປະຊາຊົນທົ່ວແຂວງປູກເຂົ້ານາແຊງ ໃນເນື້ອທີ່ປັກດຳ 1.889 ເຮັກຕາ ລື່ນແຜນການ 2,21%.
ທ່ານ ບຸນມີ ສະຫວັດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫລວງພະບາງ ໄດ້ໃຫ້ຮູ້ວ່າ: ນອກຈາກຊຸກຍູ້ປະຊາຊົນ ປູກເຂົ້ານາແຊງແລ້ວ ຍັງໄດ້ຊຸກຍູ້ສົ່ງເສີມ ການປູກພືດສະບຽງອາຫານປະເພດພືດຜັກ ແລະ ພືດທາດແປ້ງຕ່າງໆ ໂດຍສຸມໃສ່ເມືອງພູຄູນ, ເມືອງນານ, ຊຽງເງິນ, ນະຄອນ ຫລວງພະບາງ, ຈອມເພັດ, ປາກອູ ແລະ ເມືອງນໍ້າບາກ ໄດ້ 5.848 ເຮັກຕາ ເທົ່າກັບ 97% ຂອງແຜນການ (6.001 ເຮັກຕາ), ຜົນຜະລິດໄດ້ 49.208 ໂຕນ ລື່ນແຜນການ 6,07% (ແຜນການ 46.392 ໂຕນ), ອັນພົ້ນເດັ່ນແມ່ນ ຊຸກຍູ້ສົ່ງເສີມປະຊາຊົນ ປູກຜັກທຽມ ຢູ່ເມືອງນານ 16 ບ້ານ ມີ 591 ຄອບຄົວ ມີເນື້ອທີ່ 122,54 ເຮັກຕາ ໄດ້ຜົນຜະລິດໄດ້ຫລາຍກວ່າ 612 ໂຕນ. ພ້ອມນີ້, ໄດ້ຈັດຕັ້ງກຸ່ມຜະລິດ ແລະ ສະໜອງປັດໄຈການຜະລິດພືດຜັກ ໃຫ້ປະຊາຊົນບ້ານນາຊ່າວ ແລະ ບ້ານໜອງແຫ້ວເຊັ່ນ: ນໍ້າບາດານ ໂດຍໃຊ້ລະບົບໄຟຟ້າໂຊລາເຊລ ບ້ານລະ 2 ຈຸດ ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 42 ຄອບຄົວ ມີເນື້ອທີ່ການຜະລິດພືດຜັກ 45 ເຮັກຕາ ພ້ອມທັງໄດ້ສະໜອງ ແນວພັນພືດຜັກຕ່າງໆ ໃຫ້ປະຊາຊົນປູກ, ສາມາດສ້າງລາຍຮັບໃຫ້ກຸ່ມຜະລິດຂອງປະຊາຊົນ ໄດ້ 776 ລ້ານກີບ. ນອກຈາກນີ້, ຍັງໄດ້ຊຸກຍູ້ສົ່ງເສີມປະຊາຊົນ ປູກພືດອຸດສາຫະກໍາເປັນສິນຄ້າ ໃນເນື້ອທີ່ 1.337 ເຮັກຕາ ເທົ່າກັບ 80,38% ຂອງແຜນການ (1.663 ເຮັກຕາກວ່າ) ຜົນຜະລິດ 4.542 ໂຕນ ເທົ່າກັບ 79,56% ຂອງແຜນການ (5.708 ໂຕນກວ່າ) ໂດຍສຸມໃສ່ເມືອງນານ, ຊຽງເງິນ, ນະຄອນຫລວງພະບາງ, ຈອມເພັດ, ປາກອູ ແລະ ເມືອງນໍ້າບາກ ພົ້ນເດັ່ນແມ່ນ ໄດ້ສົ່ງເສີມປະຊາຊົນປູກຖົ່ວດິນ ຢູ່ເມືອງນານ ມີ 21 ບ້ານ, 586 ຄອບຄົວ ມີເນື້ອທີ່ປູກ 182 ເຮັກຕາ, ຜົນຜະລິດ 464 ໂຕນ ສາມາດສ້າງລາຍຮັບໃຫ້ປະຊາຊົນໄດ້ 10,2 ຕື້ກວ່າກີບ.
ທ່ານ ບຸນມີ ສະຫວັດ ໃຫ້ຮູ້ຕື່ມວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ສາມາດສົ່ງອອກສິນຄ້າກະສິກໍາ ແລະ ປ່າໄມ່ ລວມມູນຄ່າ 779 ຕື້ກວ່າກີບ ເທົ່າກັບ 35 ລ້ານກວ່າໂດລາສະຫະລັດ ໃນນີ້, ສິນຄ້າກະສິກໍາມູນຄ່າ 612 ຕື້ກວ່າກີບ, ເທົ່າກັບ 27 ລ້ານກວ່າໂດລາສະຫະລັດ; ສິນຄ້າປະເພດໄມ້ແປຮູບ ມູນຄ່າ 18 ຕື້ກວ່າກີບ ເທົ່າກັບເກືອບ 1 ລ້ານໂດລາສະຫະລັດ; ປະເພດເຄື່ອງປ່າຂອງດົງ ມູນຄ່າ 26 ຕື້ກວ່າກີບ ເທົ່າກັບ 1 ລ້ານກວ່າໂດລາສະຫະລັດ ແລະ ປະເພດສັດລ້ຽງ 29.254 ໂຕ ມູນຄ່າ 122 ຕື້ກວ່າກີບ ເທົ່າກັບ 5 ລ້ານກວ່າໂດລາສະຫະລັດ.