ແຂວງຫລວງພະບາງ ຈັດພິທີສະເຫຼີມສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994 – 7 ຕຸລາ 2024) ໄດ້ຈັດຂຶ້ນ ວັນທີ 16 ຕຸລາ 2024 ນີ້, ທີ່ຫ້ອງວ່າການ ແຂວງ ຫລວງພະບາງ ໂດຍການໃຫ້ກຽດເລົ່າມູນເຊື້ອຂອງວັນດັ່ງກ່າວໂດຍທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ.
ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ຍົກໃຫ້ເຫັນປະຫວັດຄວາມ ເປັນມາ ແລະຄວາມໝາຍສໍາຄັນ ຂອງຄູໃນການປະກອບສ່ວນ ພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ຈາກນັ້ນ ກໍໄດ້ປະກອບສ່ວນ ປົກປັກຮັກສາ ແລະສ້າງສາພັດທະນາ ປະເທດຊາດຈົນມາເຖິງປະຈຸບັນ. ໂດຍສະເພາະ ປະຫວັດຄວາມເປັນມາຂອງນາຍຄູຄຳ ຊຶ່ງເປັນຕົ້ນກຳເນີດທີ່ພາໃຫ້ມີວັນທີ 7 ຕຸລາ (ວັນຄູແຫ່ງຊາດ) ແມ່ນວັນທີ່ມີຄວາມໝາຍສໍາຄັນຍິ່ງຕໍ່ພະນັກງານຄູ-ອາຈານ ຜູ້ທີ່ໄດ້ອຸທິດຕົນ ໃຫ້ແກ່ການອົບຮົມ-ສິດສອນລູກ-ຫຼານຂອງປະຊາຊົນບັນດາເຜົາ, ຜູ້ທີ່ໄດ້ອຸທິດຕົນໃຫ້ແກ່ການປົດປ່ອຍຄົນອອກຈາກຄວາມໂງ່ຈ້າຫຼ້າຫຼັງ ແລະພັດທະນາຄົນໃຫ້ມີຄວາມຮູ້- ຄວາມສາ ມາດ, ສະຫຼາດ ຫຼັກແຫຼມ, ມີຄຸນສົມບັດ, ສິນທຳປະຕິວັດ ແລະ ມີນໍ້າໃຈຮັບໃຊ້ປະເທດຊາດຮັບໃຊ້ປະຊາຊົນ ກໍ່ຄື ຄວາມຢູ່ດີ-ກິນດີຂອງປະຊາຊົນ ແລະ ຄວາມຮັ່ງມີເຂັ້ມແຂງຂອງປະເທດຊາດ.
ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າ ພະແນກ ສຶກສາ ທິການແລະກິລາແຂວງຫລວງພະບາງ ໄດ້ຍົກໃຫ້ເຫັນ ວຽກງານທີ່ພົ້ນເດັ່ນ ໄລຍະ 30 ປີ ຜ່ານມາ ກ່ຽວກັບວຽກງານສຶກສາທິການ ແລະກິລາ ທົ່ວແຂວງ ຫລວງພະບາງ ໂດຍພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນ,ໃນແຕ່ລະສະໄໝ ບວກໃສ່ຄວາມເຂັ້ມແຂງໃນການປະຕິບັດໜ້າທີ່ຂອງຄູ ສອນແຕ່ລະທ້ອງຖິ່ນ,ຈຶ່ງມີບາດກ້າວຂະຫຍາຍຕົວ ຫຼາຍດ້ານ ເຊິ່ງສະແດງອອກໃນ ສົກຮຽນ 2023-2024 ມີໂຮງຮຽນ ອະນຸບານ ມີ 196 ແຫ່ງ, ເພີ່ມຂຶ້ນ 148 ແຫ່ງ; ໂຮງຮຽນປະຖົມສຶກສາ ມີ 720 ແຫ່ງ (ສໍາລັບໂຮງຮຽນປະຖົມ ເຫັນວ່າຫຼຸດລົງ, ເນື່ອງຈາກວ່າ ພວກມີການເຕົ້າໂຮມບ້ານ ແລະ ໂຮມໂຮງຮຽນ), ໂຮງຮຽນມັດທະຍົມຕົ້ນ 64 ແຫ່ງ, ເພີ່ມຂຶ້ນ 21 ແຫ່ງ. ໂຮງຮຽນມັດທະ ຍົມປາຍ 1 ແຫ່ງ, ຫຼຸດລົງ 8 ແຫ່ງ ຍ້ອນຂະຫຍາຍເປັນມັດທະ ຍົມສົມບູນ, ປະຈຸບັນມີໂຮງຮຽນ ມັດທະຍົມສົມບູນ 53 ແຫ່ງ, ມີຫ້ອງຮຽນ 4.203 ຫ້ອງ ແລະ ມີນັກຮຽນ 110.205 ຄົນ, ທຽບໃສ່ ສົກຮຽນ 1994-1995 ເພີ່ມຂຶ້ນ 38.269 ຄົນ. ມີພະນັກງານລັດຖະກອນສຶກສາທັງໝົດ: 5.396 ຄົນ, ຍິງ 2.785 ຄົນ.
ເພື່ອເປັນການຍ້ອງຍໍຜົນງານທີ່ຜ່ານມາຂອງຄູ-ອາຈານ ລວມທັງອະດິດການນໍາຂອງພະແນກ ແລະພະນັກງານບໍານານ ທີ່ໄດ້ປະກອບສ່ວນເຫື່ອແຮງດສະຕິປັນຍາ,ຄວາມຮູ້,ຄວາມສາມາດເຂົ້າໃນການພັດທະນາວຽກງານ ການສຶກສາ ວິທະຍາສາດ ແລະ ກິລາ,ໃນພິທີ ກໍໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີ 1.657 ທ່ານ , ມອບນາມມະຍົດພັດທະນາດີເດັ່ນ 30 ປີ 1.361 ທ່ານ.







