ວັນທີ 22 ກຸມພາ 2025 ນີ້, ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງຫຼວງພະບາງ, ສະຫາຍ ຄໍາຂັນ ຈັນທະວີສຸກ ກຳມະການສຸນກາງພັກ ເລຂາບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າພົບປະ ຂອງສະຫາຍ ເຊີນກ່າງ ເລຂາທິການພັກກວມມູນິດ ເຂດປົກຄອງຕົນເອງ ເຜົ່າຈ້ວາງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ.
ໃນໂອກາດການພົບປະ,ສະຫາຍ ຄໍາຂັນ ຈັນທະວີສຸກ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດຂອງຄະນະຜູ້ແທນ ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ ສປ ຈີນ ໃນຄັ້ງນີ້ ເປັນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປ ຈີນ ແລະ ສປປ ລາວ ກໍ່ຄື ຫຼວງພະບາງ ກັບເຂດປົກຄອງຕົນເອງ ເຜົ່າຈ້ວາງກວາງຊີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂື້ນ ໂດຍສະເພາະແມ່ນການຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນຊຸກຍູ້ການພັດ ທະນາທາງດ້ານເສດຖະກິດ-ສັງຄົມ, ການຄ້າ, ການລົງທືນ, ການທ່ອງທ່ຽວ, ການບໍລິການ ແລະ ອື່ນໆ, ພ້ອມນີ້ສະຫາຍຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍ່ຄືການຈັດຕັ້ງປະຕິບັດວຽກງານການສ້າງພັກ ແລະ ການກະ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກເຊິ່ງໄດ້ຖືເອົາວຽກ ງານໜຶ່ງທີ່ສຳຄັນຕົ້ນຕໍ ໂດຍເລັ່ງໃສ່ການສ້າງຂະບວນການດ້ານຕ່າງໆ ແລະ ການກວດກາຕີລາຄາການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບວຽກງານ 3 ສ້າງເຂົ້າສູ່ລວງເລິກໃນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດກັບວຽກງານການທ່ອງທ່ຽວທີ່ເປັນບູລິມະສິດອັນດັບໜຶ່ງຂອງແຂວງຫຼວງ ພະບາງ.
ຈາກນັ້ນ ສະຫາຍ ເຊີນກ່າງ ໄດ້ສະແດງຄວາມຂອບໃຈຕໍ່ການນໍາແຂວງຫຼວງພະບາງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບຈຸດພິເສດ ແລະ ການພັດທະນາເສດຖະກິດ -ສັງຄົມຂອງກວາງຊີ ໃຫ້ຜູ້ແທນແຂວງຫຼວງພະບາງໄດ້ຮັບຮູ້ຕື່ມອີກ,
ໃນການເຂົ້າພົບປະຄັ້ງນີ້ ສອງຝ່າຍຍັງໄດ້ຮ່ວມມືກັນລົງນາມເຊັນບົດບັນທຶກຊ່ວຍຈໍາ ດ້ານວຽກງານ ກະສິກໍາ ແລະ ປ່າໄມ້ ໃຫ້ກຽດ ລົງນາມຝ່າຍ ແຂວງຫຼວງພະບາງ ໂດຍ ສະຫາຍ ບຸນມີ ສະຫວັດ ຫົວໜ້າພະແນກ ກະສິກໍາ ແລະປ່າໄມ້ແຂວງ ແລະ ຝ່າຍ ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ ສປ ຈີນ ໂດຍ ສະຫາຍ ໄສຈົ່ງພີງ ຫົວໜ້າ ພະແນກ ປ່າໄມ້ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ໂດຍຊ້ອງໜ້າ ແລະເປັນເປັນພິຍານ ຂອງ ຜູ້ແທນສອງຝ່າຍ ແລະ ທ່ານ ຈາງເສີຜີງ ຫົວໜ້າກົງສູນໃຫ່ຍ ສປ ຈີນ ປະຈໍາແຂວງຫຼວງພະບາງ.
ພາບ-ຂ່າວໂດຍ: ດາວອນ ມະນີວັນ





