ວັນທີ 29 ກັນຍາ 2024 ນີ້ ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ ໄດ້ຕ້ອນຮັບທ່ານ ນາງອໍາໄພວອນ ລ້ອມບຸນແພງ, ເລຂາທິການສະພາແຫ່ງຊາດ ທັງເປັນສະມະຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງທີ່ 8 ແຂວງຫົວພັນພ້ອມດ້ວຍ ຄະນະ ຢູ່ທີ່ຫ້ອງວ່າການແຂວງຫົວພັນ.
ຈຸດປະສົງຂອງຄະນະມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ເພື່ອຢື່ຢາມຖາມຂ່າວສະພາບໄພນໍ້າຖ້ວມແຂວງຫົວພັນ ໂດຍ ສະເພາະແມ່ນ ບັນດາບ້ານອ້ອມຂ້າງເທດສະບານເມືອງຊໍາເໜືອໃນຄັ້ງວັນທີ່ 22 ກັນຍາຜ່ານມາ.
ເຈົ້າແຂວງໆຫົວພັນ ໄດ້ສະແດງຄວາມຂອບອົກຂອບໃຈມາ ຍັງຄະນະທີ່ເປັນຫ່ວງເປັນໃຍແຂວງຫົວພັນຕະຫຼອດມາ ແລະ ທ່ານໄດ້ເລົ່າກ່ຽວກັບສະພາບໄພນໍ້າຖ້ວມໃນຄັ້ງນີ້ໃຫ້ຄະນະໄດ້ຮັບຊາບ ແລະ ໄດ້ປືກສາຫາລືກ່ຽວກັບການປັບປຸງວິວິດການເປັນຢູ່ ແລະ ຟື້ນຟູພື້ນຖານໂຄງລ່າງຂອງແຂວງຫົວພັນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໂອກາດນີ້ ທ່ານ ນາງອໍາໄພວອນ ລ້ອມບຸນແພງ ພ້ອມດ້ວຍຄະນະໄດ້ ປຸກລະດົມບັນດາບໍລິສັດ, ນິຕິບຸກຄົນ ແລະ ຜູ້ທີ່ມີນໍ້າໃຈສັດທານໍາເອົາວັດຖຸປັດໄຈມອບຊ່ວຍເຫຼືອແຂວງຫົວພັນ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ: ຄະນະປະຈໍາສະພາແຫ່ງຊາດຮ່ວມກັບກອງທືນຊ່ວຍເຫຼືອສັງຄມສະພາແຫ່ງຊາດ, ກະຊວງແຮງງານ ແລະສະຫວັດດີການສັງຄົມ, ທະນາຄານພົງສະຫວັນ, ມູນນິທິພົງສະຫວັນ, ບໍລິສັດຄໍາຫຼ້າດອນໜູນ, ໂຮງແຮມລາວເທວ, ບໍລິສັດຄິງ ຂາເຂົ້າ-ຂາອອກ ແລະບໍລິການສິນຄ້າຜ່ານແດນຈໍາກັດ, ກູ້ໄພນະຄອນຫຼວງ1624, ບໍລິສັດຍອດນິຍົມການຄ້າຈໍາກັດຜູ້ດຽວ ແລະ ຄອບຄົວ ທ່ານ ຄໍາແພງວິລະພັນ ສະມາຊິກ ສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງທີ່ 8 ແຂວງຫົວພັນ ມອບຊ່ວຍເຫຼືອ ຈໍານວນ 500 ລ້ານກ່ວາກີບ, ຄະນະທີ່ປຶກສາສະຫະພັນກິລາໝາກແລ້,ຊຸດຝືກອົບຮົມຄອບຄົວການນໍາຊຸດທີ່1 ແລະ ທີມງານສາຍບຸນມອບຊ່ວຍເຫຼືອ ຈໍານວນ 50 ລ້ານກີບ , ນອກຈາກນີ້ຍັງມີ ເຂົ້າສານ, ເຄື່ອງນຸ່ງຫົ່ມ, ໜີ່, ປາກະປ່ອງ ແລະ ເຄື່ອງໃຊ້ຊອຍທີ່ຈໍາເປັນຈໍານວນໜື່ງມອບເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ຕື່ມອີກ.





