ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລາຍພາກສ່ວນພວມໃຫ້ການຊ່ວຍເຫລືອຈຸດສ່ຽງ ທ່າເຮືອຫລັກ4 ເມືອງສີສັດຕະນາກ

Sep 14, 2024

ໃນວັນທີ 14 ກັນຍາ 2024ນີ້ ລະດັບນໍ້າຂອງໄດ້ເພີ່ມສູງຂຶ້ນອີກປະມານ 50 ຊັງຕີແມັດ ທຽບຈາກມື້ຜ່ານມາ ເຮັດໃຫ້ຫຼາຍບ້ານໃນລຽບຕາມແຄມຂອງໄດ້ຮັບຜົນກະທົບ ຫຼາຍຄອບຄົວ ແຕ່ຄະນະຄວບຄຸມໄພພິບັດ ແລະ ປ້ອງກັນນ້ຳຖ້ວມ ຂັ້ນສູນກາງ ນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງ ຂັ້ນບ້ານ ຕະຫຼອດຮອດກຳລັງ ປກຊ-ປກສ ໄດ້ສຸມທຸກກຳລັງເຂົ້າຊ່ວຍ ເພື່ອປ້ອງກັນນ້ຳໄຫຼເຂົ້າຖ້ວມຕົວເມືອງນະຄອນຫລວງວຽງຈັນ ທັງເປັນການຊ່ວຍຄອບຄົວທີ່ໄດ້ຮັບຜົນກະທົບໃຫ້ມີຄວາມປອດໄພ.
ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ ໄດ້ໃຫ້ສຳພາດວ່າ: ຈາກລະດັບນ້ຳທີ່ເພີ່ມຂຶ້ນ ໄດ້ສົ່ງຜົນກະທົບໃຫ້ບັນດາບ້ານທີ່ລຽບແຄມແມ່ນ້ຳຂອງ ເຂດເມືອງສີສັດຕະນາກຫລາຍຈຸດ ໂດຍສະເພາະເຂດກໍ່ສ້າງໂຄງການຕ້ານຕາຝັ່ງເຈື່ອນທີ່ກໍ່ສ້າງບໍ່ທັນສໍາເລັດ ເປັນຕົ້ນເຂດທ່າເຮືອຫລັກ 4 ຈໍາເປັນຕ້ອງໃຊ້ກະສອບຊາຍຈໍານວນຫລາຍສ້າງຄູກັນນໍ້າໄວ້, ສ່ວນເຮືອນຊານປະຊາຊົນທີ່ຢູ່ເບື້ອງໃນຄູກັນນໍ້າຖ້ວມແມ່ນຍັງສາມາດຮັບມືໄດ້ຢູ່ ແຕ່ກໍຢູ່ໃນສະພາບກຽມພ້ອມເຝົ້າລະວັງຕະຫລອດ 24ຊົ່ວໂມງ.
ທ່ານືເດດສົງຄາມ ທໍາມະວົງ ໃຫ້ຮູ້ອີກວ່າ: ໂດຍອີງຕາມແຈ້ງ ການຂອງລັດຖະບານ, ແຈ້ງການຂອງນະຄອນຫລວງວຽງຈັນ ພວກເຮົາໄດ້ແຈ້ງໃຫ້ປະຊາຊົນບ້ານຕ່າງໆກຽມຮັບມືແຕ່ເບື້ອງຕົ້ນ ໂດຍໄດ້ຍົກຍ້າຍເຄື່ອງຂອງທີ່ຈໍາເປັນອອກໄດ້ທັນເວລາ ເຊິ່ງປະຈຸບັນໄດ້ມີຫລາຍພາກສ່ວນ ຕົ້ນຕໍແມ່ນກໍາລັງພາກສ່ວນປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະຊາວໜຸ່ມຈາກກະຊວງກົມກອງຕ່າງໆ ໄດ້ເຂົ້າມາຊ່ວຍເຫລືອຈໍານວນຫລວງຫລາຍ.
ທ່ານພູວົງ ທໍາມະວອນ ນາຍບ້ານທ່າພະລານໄຊ ເມືອງສີສັດຕະນາກ ກ່າວວ່າ: ເຂດທ່າພະລານໄຊແມ່ນຈຸດສ່ຽງທີ່ນໍ້າຈະຖ້ວມ ແຕ່ຍັງເຝົ້າລະວັງຕະຫລອດເວລາ ໂດຍໄດ້ເຕົ້າໂຮມກໍາລັງທຸກພາກສ່ວນຈາກສູນກາງ ແລະທ້ອງຖິ່ນຮ່າຍກະສອບຊາຍເພື່ອກຽມພ້ອມ ເຊິ່ງເຂດທ່າພະລານໄຊ ມີ 4ຈຸດສ່ຽງ ມາຮອດປະຈຸບັນໄດ້ຮັບການຊ່ວຍເຫລືອຈາກຫລາຍພາກສ່ວນ ນັບທັງກໍາລັງພົນ, ວັດຖຸເຄື່ອງໃຊ້, ອາຫານ ແລະນໍ້າດື່ມ .
ອີງຕາມແຈ້ງເຕືອນໄພນໍ້າຖ້ວມຂອງກົມອຸຕຸນິຍົມ ແລະອຸທົກກະສາດ ເວລາ 16ໂມງ ວັນທີ 14 ກັນຍານີ້ ສະຖານີທ່າເຮືອຫລັກ 4 ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ລະດັບນໍ້າ ແທກໄດ້ 13.01ແມັດ ເຊິ່ງລະດັບເຕືອນໄພແມ່ນ 11.50ແມັດ ແລະລະດັບອັນຕະລາຍແມ່ນ12.50ແມັດ ເຊິ່ງລະດັບນໍ້າຍັງມີທ່າອ່ຽງຈະເພີ່ມຂຶ້ນອີກ.