ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາ

Oct 16, 2024

ວັນທີ 15 ຕຸລາ 2024 ນີ້, ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເງິນສະໜັບສະໜູນການເປັນເຈົ້າພາບ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຈາກບໍລິສັດ ພີທີແອວ ໂຮນດິງ (PTL Holding) 300 ລ້ານກີບ, ສູນການແພດເວດສະພົງ 100 ລ້ານກີບ, ກຸ່ມບໍລິສັດ ຕັງຈະເລີນ ຈຳກັດ 20 ລ້ານກີບ ຕ່າງໜ້າຮັບໂດຍ ທ່ານ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ ແລະ ກ່າວມອບໂດຍ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການວຽກງານການຄ້າ ແລະ ກົດໝາຍ ຂອງບໍລິສັດ ພີທີແອວ ໂຮນດິງ ຈຳກັດ, ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ທ່ານ ຄໍາໄຕ ແກ້ວດວງດີ ຮອງອຳນວຍການກຸ່ມບໍລິສັດ ຕັງຈະເລີນ ຈຳກັດ.
ໂອກາດນີ້, ທ່ານ ບຸນທັນ ບຸນວິໄລ ໄດ້ສະແດງຄວາມຂອບໃຈມາຍັງພາກສ່ວນຕ່າງໆ ທີ່ໃຫ້ການສະໜັບສະໜູນໃນຄັ້ງນີ້, ພ້ອມທັງມອບໃບຍ້ອງຍໍ ຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ 3 ພາກ ສ່ວນດັ່ງກ່າວ ເພື່ອເປັນການຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງນີ້.
ໃນວັນທີ 16 ຕຸລາ 2024 ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ກໍໄດ້ຮັບເງິນສະໜັບສະໜູນກອງປະຊຸມໄອປາ 100 ລ້ານກີບ ຈາກເຂດເສດຖະກິດພິເສດ ສະຫວັນ ພາກ (SAVAN Park) ເຊັ່ນດຽວກັນ.
ຂ່າວ: ອາລິນ ສຸພິມມະປະດິດ