ວັນທີ 13 ກັນຍາ 2024 ນີ້, ລະດັບນ້ຳຂອງ ເຂດວັດຈັນ, ເຂດໂຮງໝໍມະໂຫສົດ ແລະ ເຂດ ອື່ນໆຂອງບັນດາເມືອງທີ່ຢູ່ລຽບແຄມຂອງ ນະຄອນຫລວງວຽງຈັນ ຍັງສືບຕໍ່ເພີ່ມຂຶ້ນ ເນື່ອງຈາກຝົນຍັງຕົກລິນຢ່າງຕໍ່ເນື່ອງ.
ປະຊາຊົນ ລວມເຖິງ ສຳນັກງານອົງການ, ພາກສ່ວນຕ່າງໆ ທີ່ຢູ່ເຂດພື້ນທີດັ່ງກ່າວ ໄດ້ກຽມຄວາມພ້ອມຮັບມື ເປັນຕົ້ນ ທະນາ ຄານການຄ້າຕ່າງປະເທດ ແລະ ໂຮງໝໍມະໂຫສົດ ໄດ້ນຳເອົາເປົາຊາຍ ມາເຮັດເປັນຄູກັ້ນໄວ້ ເພື່ອບໍ່ ໃຫ້ໄຫລເຂົ້າສຳນັກງານ. ສ່ວນຢູ່ເຂດອື່ນໆ ທີ່ຢູ່ແລບແຄມນໍ້າຂອງ, ກໍໄດ້ມີການກຽມ ຄວາມພ້ອມ ຮັບມື ກັບສະ ພາບນໍ້າຖ້ວມ ເຊັ່ນດຽວກັນ ແລະ ບາງເຂດນໍ້າກໍໄດ້ໄຫລເຂົ້າຖ້ວມບ້ານເຮືອນແລ້ວ.
ອີງຕາມຂໍ້ມູນຈາກົມອຸຕຸນິຍົມອຸທົກກະສາດ ໃຫ້ຮູ້ວ່າ: ໃນວັນທີ 13 ກັນຍາ 2024 ລະດັບນ້ຳຂອງ ເຂດຫລັກ 4ນະຄອນ ຫຼວງວຽງຈັນ ເພີ່ມຂຶ້ນເກີນລະດັບເຕືອນໄພ ແລະ ລະດັບອັນຕະ ລາຍ ເພີ່ມຂຶ້ນ 12,57 ແມັດ (ລະດັບເຕືອນໄພ 11,50 ແມັດ, ລະດັບອັນຕະລາຍ 12,50 ແມັດ).
ດັ່ງນັ້ນ ຈິ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໂດຍສະເພາະເຂດທີ່ຢູ່ພື້ນທີ່ລຽບຕາມແຄມແມ່ນໍ້າຂອງ ກຽມຄວາມພ້ອມຍົກ ຍ້າຍວັດຖຸສິ່ງຂອງ ທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມອຸທົກກະສາດ ຢ່າງຕໍ່ເນື່ອງ.









