ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫລາຍພາກສ່ວນສືບຕໍ່ມອບເຄື່ອງຊ່ວຍເຫລືອໃຫ້ຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງຫລວງນ້ຳທາ

Sep 14, 2024

ທີມງານ ເພື່ອນໝັ້ນຄົງ ແຂວງບໍ່ແກ້ວ ໄດ້ນຳເອົາເຄື່ອງຊ່ວຍ ເຫລືອບັນເທົາທຸກ ເປັນຕົ້ນ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 100 ລ້ານກີບ ມອບໃຫ້ປະຊາຊົນ ບ້ານປ່າປົວະ, ບ້ານໃໝ່ ແລະ ບ້ານປ່າສັກ ເມືອງຫລວງນໍ້າທາ ແຂວງຫລວງນ້ຳທາ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 13 ກັນຍາ 2024 ເພື່ອເປັນ ການຊ່ວຍເຫລືອໃຫ້ກໍາລັງໃຈ ແລະ ເປັນການບັນເທົາທຸກ ແກ່ຜູ້ທີ່ປະສົບໄພນໍ້າຖ້ວມຢູ່ແຂວງຫລວງນໍ້າທາ, ຊຶ່ງຕາງໜ້າມອບໂດຍທ່ານ ວົງມະນີ ເພື່ອປະຊາ ຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງຫລວງນ້ຳທາ ພ້ອມດ້ວຍຄອບຄົວ.
ຂ່າວ: ອຸ້ມ